ຜັນຂະຫຍາຍວັນບຸນແພດໝໍໜຸ່ມປະຕິບັດຕາມຄຳສັ່ງສອນຂອງທ່ານປະທານໂຮ່ຈິມິນ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ມອບທຸງເຄື່ອນພົນ
ໃຫ້ຄະນະບັນຊາ ແລະ ບັນດາຄະນະແພດໝໍໜຸ່ມອາສະສະໝັກ
(vovworld) – ວັນບຸນແພດໝໍໜຸ່ມປະຕິບັດຕາມຄຳສັ່ງສອນຂອງທ່ານປະທານໂຮ່ຈິມິນ, ອາສາສະໝັກ ເພື່ອສຸຂະພາບຂອງປະຊາຊົນປີ 2015 ໄດ້ຖືກຜັນຂະຫຍາຍໃນຕອນເຊົ້າວັນທີ 17/5 ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ມອບທຸງເຄື່ອນພົນໃຫ້ຄະນະບັນຊາ, ບັນດາຄະນະແພດໝໍໜຸ່ມອາສະສະໝັກໃນວັນບຸນລະດັບສູນກາງ ຊຶ່ງຖືກຈັດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ. ດ້ວຍແພດໝໍໜຸ່ມ ກ່ວາ 6.000 ຄົນທີ່ມາຈາກທຸກແຖບຖິ່ນຂອງປະເທດຊາດໄດ້ມີໜ້າຢູ່ບັນດາເຂດຊົນນະບົດທີ່ທຸກຍາກ, ເຂດຫ່າງໄກສອກຫຼີກ ເພື່ອໜູນຊ່ວຍດ້ານການແພດໃຫ້ປະຊາຊົນ. ຈຸດໝາຍທີ່ໄດ້ວາງອອກແມ່ນ: ກວດພະຍາດ, ສະໜອງຢຸກຢາໂດຍບໍ່ເກັບຄ່າໃຫ້ ປະຊາຊົນ 100.000 ຄົນ; ຜ່າຕັດຕາໂດຍບໍ່ເກັບຄ່າໃຫ້ຜູ້ທີ່ມີອາຍຸສູງ 1.000 ຄົນ; ຮັບເລືອດ 13.000 ຖົງ.