(vovworld) - ຜົນປະໂຫຍດຂອງອາຊຽນແມ່ນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວ, ນັ້ນແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ, ໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ (08/1967 – 08/2015). ໃນໄລຍະເກືອບ 50 ປີ, ອາຊຽນ ໄດ້ ແລະ ພວມມີບັນດາບາດກ້າວເດີນຢ່າງແຂງແຮງ ໃນວິວັດທະນາການຫັນເປັນອັນໜຶ່ງອັນດຽວ, ເພື່ອກ້າວໄປເຖິງການສ້າງປະຊາຄົມລວມອາຊຽນໃນປີ 2015. ທ່ານເລຂາທິການໃຫຍ່ ເລເລືອງມິງ ໃຫ້ຮູ້ວ່າ, ພ້ອມກັບ EU, ອາຊຽນ ໄດ້ຮັບຕີລາຄາວ່າແມ່ນພາກພື້ນບັນລຸປະສິດທິຜົນດີທີ່ສຸດ ແລະ ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ຕໍ່ໜ້າສະພາບການໂລກຄືປະຈຸບັນ, ທ່ານເລຂາທິການໃຫຍ່ ເລເລືອງມິງ ຖືວ່າ, ບັນດາປະເທດອາຊຽນ ຕ້ອງສືບຕໍ່ຮັກສາຄວາມສາມັກຄີ, ຮັກສາບົດບາດສູກາງ ແຕ່ຍັງຄົງສະມາດຮັກສາໄດ້ສີສັນສະເພາະຂອງອາຊຽນ.
“ໃນສະພາບດ້ານພູມສາດການເມືອງຢູ່ພາກພື້ນອາຊີ - ປາຊີຟິກ ມີການຫັນປ່ຽນສິດອຳນາດຢ່າງເລິກເຊິ່ງ, ກວ້າງຂວາງ, ພ້ອມກັບການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ ແລະ ໄພອັນຕະລາຍຈາກບັນດາຈຸດຮ້ອນເຮັ່ງໃນພາກພື້ນ, ໃນນັ້ນມີທະເລຕາເວັນອອກ, ສະນັ້ນອາຊຽນຕ້ອງປັບປຸງຄວາມສາມັກຄີພາຍໃນກຸ່ມຢ່າງບໍ່ຢຸດຢັ້ງ ດ້ວຍເຂັມຊີ້ທິດແມ່ນຜົນປະໂຫຍດຂອງສະຫະສະມາຄົມອາຊຽນ ເຊິ່ງບັນດາປະເທດສະມາຊິກຕ້ອງຖືເປັນສຳຄັນອັນດັບໜຶ່ງ. ອາຊຽນ ຕ້ອງຍູ້ແຮງບັນດາມາດຕະການຍັງເຫຼືອໃນບັນດາແຜນການເຄື່ອນໄຫວກໍສ້າງປະຊາຄົມໃຫ້ສຳເລັດ, ດ້ວຍບຸລິມະສິດສູງ ແລະ ແຫຼ່ງກຳລັງທີ່ສົມເຫດສົມຜົນ. ອາຊຽນ ຕ້ອງມີບັນດາມາດຕະການຢ່າງແທດຈິງ ເພື່ອຮັດແຂບຊ່ອງວ່າງໃນການພັດທະນາຢ່າງວ່ອງໄວ ແລະ ຊຸກຍູ້ການພັດທະນາບັນດາເຂດແຄ້ວນຂອງແຕ່ລະປະເທດ ກໍຄືລະຫວ່າງບັນດາປະເທດສະມາຊິກໃນອາຊຽນ ໃຫ້ສະໝຳສະເໝີ, ເພື່ອຮັບປະກັນເພື່ອໃຫ້ທັງ 10 ປະເທດສະມາຊິກລ້ວນແຕ່ກ້າວໄປເຖິງເປົ້າໝາຍສ້າງຕັ້ງປະຊາຄົນໜຶ່ງຄືຄາດໝາຍທີ່ໄດ້ວາງອອກ.”
ກ່ຽວກັບແຜນການປະຕິຮູບເພື່ອແນໃສ່ຮັບປະກັນການຮັບໃຊ້ໃຫ້ການພັດທະນາຂອງ ອາຊຽນ ດີກວ່າອີກ, ທ່ານເລຂາທິການໃຫຍ່ ເລເລືອງມິງ ໃຫ້ຮູ້ວ່າ: ຂໍ້ຕົກລົງສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015 ກໍຄືກົດບັດອາຊຽນ ໄດ້ເພີ່ມທະວີບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຄະນະເລຂາອາຊຽນຫຼາຍພໍສົມຄວນ.