ຜູ້ນຳການແຫ່ຂະບວນປະທ້ວງໄທຖະແຫຼງຢຸດຕິ ບັ້ນຕໍ່ສູ້ຖ້າຫາກບໍ່ມີຜູ້ເຂົ້າຮ່ວມຢ່າງພຽງພໍ
(ພາບປະກອບ)
(vovworld) – ວັນທີ 17/05, ຜູ້ນຳການແຫ່ຂະບວນປະທ້ວງຕ້ານລັດຖະບານໄທ ສຸເທບ ເທືອກສຸບັນ ຖະແຫຼງວ່າ ທ່ານຈະຢຸດຕິບັນດາບັ້ນຕໍ່ສູ້ ແລະ ຍອມຮັບສາລະພາບໂທດໃນວັນທີ 27/05, ຖ້າຫາກ ກ່ອນນັ້ນ 1 ວັນຈຳນວນຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງທ່ວງໃຫ້ລັດຖະບານລາອອກຈາກຕຳແໜ່ງຢ່າງບໍ່ພຽງພໍ.
ກອນໜ້ານັ້ນ, ທ່ານ ສຸເທບ ໄດ້ຮຽກຮ້ອງປະຊາຊົນໄທກວ່າ 1 ລ້ານຄົນ ລົງຖະໜົນກ່ອນວັນທີ 26/05, ໃນການເດີນຂະບວນໂດຍທ່ານຜູ້ນີ້ປຸກລະດົມ. ຕາມແຜນການ, ກຳລັງແຫ່ຂະບວນປະທ້ວງຈະຕິດຕາມລັດຖະມົນຕີ 24 ທ່ານທີ່ຍັງເຫຼືອໃນບັດຖະບານຊົ່ວຄາວຢ່າງໃກ້ຊິດ ແລະ ຮຽກຮ້ອງເຂົາເຈົ້າລາອອກຈາກຕຳແໜ່ງ, ກໍ່ຄືກະຕຸກຊຸກຍູ້ບັນດາເຈົ້າໜ້າທີ່ລັດຖະບານສະໜັບສະໜູນຜູ້ແຫ່ຂະບວນປະທ້ວງ ຢຸດຕິການຮັບຄຳຊີ້ນຳຈາກບັນດາລັດຖະມົນຕີດັ່ງກ່າວ.