ຜູ້ບັງຄັບບັນຊາຂັ້ນສູງຂອງຕາລີບານຖືກດັບສູນຢູ່ອາບການິດສະຖານ
ຜູ້ບັນຄັງບັນຊາຂັ້ນສູງ Azam Tariq
(ພາບປະກອບ: RFERL/ TTXVN)
(vovworld) - ວັນທີ 25/09, ບັນດາແຫຼ່ງຂ່າວຂອງກຸ່ມກະບົດຕາລີບານ ໃຫ້ຮູ້ວ່າ, ຜູ້ບັນຄັງບັນຊາຂັ້ນສູງຂອງກຸ່ມນີ້ຢູ່ປາກິດສະຖານ Azam Tariq ຖືກເສຍຊີວິດຢູ່ແຂວງ Paktika, ອາບການິດສະຖານ. ແຫຼ່ງຂ່າວດັ່ງກ່າວໄດ້ເວົ້າວ່າ Azam Tariq ແມ່ນໜຶ່ງຈຳນວນສະມາຊິກ 4 ຄົນຂອງຕາລີບານ ຖືກດັບສູນໃນບັ້ນຮົບຂອງບັນດາກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ໃນຄໍ່່າຄືນວັນທີ 24/09. ລູກຊາຍຂອງ Azam Tariq ກໍ່ຖືກເສຍຊີວິດ. ໃນຂະນະນັ້ນ, ຕາມສື່ມວນຊົນປາກິດສະຖານ, ບັນດາແຫຼ່ງຂ່າວປ້ອງກັນຄວາມສະຫງົບກໍຢືນຢັນເລື່ອງ Azam Tariq ຖືກເສຍຊີວິດ. Azam Tariq ເຄີຍເປັນໂຄສົກຂອງກຸ່ມ Tehrik-e-Taliban Pakistan (TTP) ແລະ ພວມດຳລົງຕ່ຳແໜ່ງບົດບາດນີ້ໃຫ້ຕາລີບານ ໂດຍຫົວໂປ Khan Sayed ເປັນຫົວໂປ.