ຜູ້ບັນຊາການທະຫານປ້ອງກັນອາກາດຂອງຊີຣີເສຍຊີວິດ

ຜູ້ບັນຊາການທະຫານປ້ອງກັນອາກາດຂອງຊີຣີເສຍຊີວິດ - ảnh 1
ການປະທະກັນເກີດຂຶ້ນຢ່າງລຽນຕິດຢູາເທດສະບານເມືອງ Mleiha
(ພາບ: dantri.com.vn)

(vovworld) - ວັນ​ທີ 18/5, ວົງ​ການ​ເຈົ້າ​ໜ້າ​ທີ່ ຊີຣີ ​ໃຫ້​ຮູ້​ວ່າ​: ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ອາກາດ​ຂອງ​ປະ​ເທດ​ນີ້, ນາຍ​ພົນ Hussein Isaac, ​ໄດ້​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ໃກ້​ກັບ​ນະຄອນຫຼວງ ດາ​ມາ​ກຸດ. ນາຍ​ພົນ Hussein Isaac ​ເສຍ​ຊີວິດ​ຍ້ອນ​ຖືກ​ບາດ​ເຈັບ​ໜັກ​ໃນ​ການ​ປະ​ທະ​ກັນ​ຢູ່​ເທດສະບານ​​ເມືອງ Mleiha, ​​ເຊິ່ງ​ແມ່ນສະໜາມຮົບ​ຕົ້ນ​ຕໍ່​ຂອງ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ ດາ​ມາ​ກຸດ. ນີ້​ກໍ່​ແມ່ນ​ບ່ອນຕັ້ງ​ສຳນັກງານ​ຂອງ​ບັນດາ​ກຳລັງ​ທະຫານ​ປ້ອງ​ກັນ​ອາກາດ ຊີຣີ. ​ໃນ​ກ່ວາ​​ໜຶ່ງ​ເດືອນຜ່ານ​ມາ, ກອງທັບ ຊີຣີ ດ້ວຍ​ການ​ສະໜັບສະໜູນ​ຂອງ​ກຳລັງ​ອິດສະ​ລາມ Hezbollah ຢູ່ ລີ​ບັງ ພວມ​ມານະ​ພະຍາຍາມ​ຍາດ​ໄດ້​ສິດ​ຢືດຄອງ Mleiha ຈາກ​ກຳລັງ​ຝ່າຍ​ຄ້ານ. ​ເຖິງ​ວ່າ​ທະຫານ​ລັດຖະບານ​ຍາດ​ໄດ້​ທ່າ​ໄດ້​ປຽບ​ໃນ​ເບື້ອງ​ຕົ້ນ​ຢູ່​ເທດສະບານ​ເມືອງ​ນີ້​ກໍ່ຕາມແຕ່​ທະຫານ​ລູກ​ຮື້​ຂຶ້ນ​ຍັງ​ຄົງ​ກຳ​ແໜ້ນ​ສິດຄວບ​ຄຸມຢູ່.



ຂ່າວ/ບົດ​ອື່ນ