ຈິດຕະກອນ ດັ້ງອ໋າຍຫວຽດ
ຜູ້ແຕ້ມພາບແມ່ຫວຽດນາມ ວິລະຊົນຫຼາຍກວ່າໝູ່
(ພາບ: dangcongsan.vn)
(vovworld) – ອົງການສະຖິຕິອາຊີ ຫາກໍ່ຈັດ ຜູ້ບັນລຸສະຖິຕິຫວຽດນາມ 3 ຄົນເຂົ້າໃນຈຳນວນ ຜູ້ບັນລຸສະຖິຕິອາຊີ 30 ຄົນໃນປີ 2013 ນັ້ນແມ່ນ: ນັກສິລະປິນດີເດັ່ນ, ຜູ້ກຳກັບການສະແດງ ຫງວຽນວັນເລືອງ, ຈິດຕະກອນ ເຈືອງຮ໋ານມິງ ແລະ ຈິດຕະກອນ ດັ້ງອ໋າຍຫວຽດ. ບັນດາຜູ້ບັນລຸສະຖິຕິຫວຽດນາມນີ້ ໄດ້ກາຍເປັນຜູ້ບັນລຸສະຖິຕິອາຊີຢ່າງເປັນທາງການໃນວັນທີ 18/5/2013. ນັກສິລະປິນດີເດັ່ນ, ຜູ້ກຳກັບການສະແດງ ຫງວຽນວັນເລືອງ ບັນລຸສະຖິຕິອາຊີ ດ້ວຍສະຖິຕິ ”ຜູ້ກຳກັບການສະແດງທີ່ມີຈຳນວນຮູບເງົາກ່ຽວກັບຫົວເລື່ອງປະເທດຊາດ ແລະ ປະຊາຊົນຢູ່ເຂດທະເລໝູ່ເກາະຫຼາຍກວ່າໝູ່”, ຈິດຕະກອນ ເຈືອງຮ໋ານມິງ ບັນລຸສະຖິຕິອາຊີ ດ້ວຍສະຖິຕິ ”ຈິດຕະກອນແຕ້ມພາບດ້ວຍນ້ຳມືກ ທີ່ມີຈຳນວນພາບຂາຍປະມູນເພື່ອການກຸສົນຫຼາຍກວ່າໝູ່”. ສ່ວນຈິດຕະກອນ ດັ້ງອ໋າຍຫວຽດ ບັນລຸສະຖິຕິອາຊີ ດ້ວຍສະຖິຕິ ”ຜູ້ແຕ້ມພາບແມ່ຫວຽດນາມ ວິລະຊົນຫຼາຍກວ່າໝູ່”.
ຄາດວ່າພິທີມອບໃບຢັ້ງຢືນບັນລຸສະຖິຕິອາຊີ ຈະດຳເນີນໃນທ້າຍເດືອນ 5/2013, ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ 3 ປະເທດອິນດູຈີນຂອງຜູ້ອຳນວຍການສະຖິຕິອາຊີ