ຜູ້ພິພາກສາ ອັງ​ກິດ​ປະ​ຕິ​ເສດຄຳ​ຮຽກ​ຮ້ອງ ສົ່ງຕົວ​ຜູ້​ສ້າງ​ຕັ້ງ Wikileaks ໄປ​ຍັງ ອາ​ເມ​ລິ​ກາ

(VOVWORLD) - ຢູ່ອາເມລິກາ, ທ່ານ Assange ຖືກກ່າວຫາ 18 ຖານໂທດອາຍາທີ່ກ່ຽວຂ້ອງເຖິງກໍລະນີເຮັດໃຫ້ເອກະສານລັບຂອງ ລັດຖະບານ ອາເມລິກາຮົ່ວໄຫຼ ປະມານ 500.000 ສະບັບ ໃນເວັບໄຊ Wikileaks.
ຜູ້ພິພາກສາ ອັງ​ກິດ​ປະ​ຕິ​ເສດຄຳ​ຮຽກ​ຮ້ອງ ສົ່ງຕົວ​ຜູ້​ສ້າງ​ຕັ້ງ Wikileaks ໄປ​ຍັງ ອາ​ເມ​ລິ​ກາ - ảnh 1ທ່ານ Julian Assange ຜູ້ສ້າງຕັ້ງເວັບໄຊ Wikileaks (ພາບ: Reuters)

ວັນທີ 4 ມັງກອນ, ຜູ້ພິພາກສາອັງກິດທ່ານໜຶ່ງ ໄດ້ປະຕິເສດຄຳຮຽກຮ້ອງສົ່ງຕົວທ່ານ Julian Assange ຜູ້ສ້າງຕັ້ງເວັບໄຊ Wikileaks ໄປຍັງອາເມລິກາ ເພື່ອປະເຊີນໜ້າກັບບັນດາຂໍ້ກ່າວຫາລະເມີດກົດໝາຍວ່າດ້ວຍນັກສືບສອອແນມ ແລະ ກົນອຸບາຍ ແຊກຊຶມເຂົ້າລະບົບຄອມພິວເຕີຂອງລັດຖະບານ ອາເມລິກາ. ທ່ານ Assange ແມ່ນຊາວອົດສະຕາລີມີອາຍຸ 49 ປີ, ພວມຖືກກັກຂັງຢູ່ຄຸກ Belmarsh ຢູ່ລອນດອນ (ອັງກິດ), ໃນຂະນະທີ່ພວມລໍຖ້າຄຳຕັດສິນຂອງສານກ່ຽວກັບການຮຽກຮ້ອງ ສົ່ງຕົວໄປຍັງອາເມລິກາ. ຢູ່ອາເມລິກາ, ທ່ານ Assange ຖືກກ່າວຫາ 18 ຖານໂທດອາຍາທີ່ກ່ຽວຂ້ອງເຖິງກໍລະນີເຮັດໃຫ້ເອກະສານລັບຂອງ ລັດຖະບານ ອາເມລິກາຮົ່ວໄຫຼ ປະມານ 500.000 ສະບັບ ໃນເວັບໄຊ Wikileaks. ບັນດາທະນາຍຄວາມ ຂອງ ທ່ານ Assange ໄດ້ຖືວ່າ ການສັ່ງຟ້ອງທ່ານ Assange ຂຶ້ນສານແມ່ນມີລັດສະນະດ້ານການເມືອງ ແລະ ການສົ່ງຕົວທ່ານ Assangeໄປຍັງອາເມລິກາ ຈະເປັນໄພນາບຂູ່ຢ່າງຮ້າຍແຮງຕໍ່ວຽກງານຂອງບັນດານັກຂ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ