ຜູ້ມີສິດເລືອກຕັ້ງຕີລາຄາສູງບັນດາມາດຕະການພັດທະນາຂະແຫນງກະສິກຳແບບຍືນຍົງ

(VOVWORLD) -ວ່າ ຂະແຫນງກະສິກຳ ຄວນສະຫນອງຫລາຍຂໍ້ມູນກວ່າອີກໃຫ້ຊາວກະສິກອນ
ຜູ້ມີສິດເລືອກຕັ້ງຕີລາຄາສູງບັນດາມາດຕະການພັດທະນາຂະແຫນງກະສິກຳແບບຍືນຍົງ  - ảnh 1 ພາບປະກອບ

ເນື້ອໃນຕອບຄຳຊັກຖາມຈາກບັນດາສະມາຊິກສະພາແຫ່ງຊາດຂອງທ່ານ ຫງວຽນຊວນເກືອງ, ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ໃນຕອນເຊົ້າວັນທີ 13 ມີຖຸນາ ທີ່ຫໍປະຊຸມສະພາແຫ່ງຊາດ ໄດ້ຮັບຄວາມສົນໃຈຈາກປະຊາຊົນໃນທົ່ວປະເທດເປັນຈຳນວນຫລວງຫລາຍ. ທ່ານ ຫງວຽນຊວນຕຽນ, ຢູ່ ຕາແສງ ເມື່ອງແທງ, ນະຄອນ ດ້ຽນບຽນ ແຂວງ ດ້ຽນບຽນ ຖືວ່າ ຂະແຫນງກະສິກຳ ຄວນສະຫນອງຫລາຍຂໍ້ມູນກວ່າອີກໃຫ້ຊາວກະສິກອນກ່ຽວກັບການສຳຫລວດກວດກາ, ດັດປັບຍຸດທະສາດ, ການຈັດສັນ, ຂອບຂະຫນາດ ແລະ ອົງປະກອບການຜະລິດໃຫ້ເໝາະສົມກັບທ່າໄດ້ປຽບ, ຄວາມຕ້ອງການຕະຫລາດໃນສະພາບປະຈຸບັນ.

        “ປະຈຸບັນ ຊາວກະສິກອນໃນທົ່ວປະເທດພວມຂາດຂໍ້ມູນຂ່າວກ່ຽວກັບຕະຫລາດ ສະນັ້ນ ຂາດການກຳນົດທິດໃນການເລືອກເຟັ້ນສັດລ້ຽງໃນການພັດທະນາເສດຖະກິດ. ຂະແຫນງກະສິກຳຄວນກຳນົດທິດກ່ຽວກັບການຜະລິດໃຫ້ຊາວກະສິກອນ, ການຈັດສັນບັນດາເຂດຜະລິດຢ່າງລະອຽດ, ຈະແຈ້ງເພື່ອໃຫ້ປະຊາຊົນກຳແຫນ້ນ ແລະ ຮູ້ໄດ້ວ່າຕົນເອງຕ້ອງຜະລິດສິນຄ້າປະເພດໃດ, ຜະລິດຄືແນວໃດ, ຈຳນວນເທົ່າໃດແມ່ນພຽງພໍ”

ຕອບກັບ

ຂ່າວ/ບົດ​ອື່ນ