ຜູ້ມີສິດເລືອກຕັ້ງທົ່ວປະເທດເຊື່ອໝັ້ນແລະຕັ້ງຄວາມຫວັງຫຼາຍຢ່າງເຂົ້າໃນອາຍຸການສະພາແຫ່ງຊາດຊຸດໃໝ່
(ໄຂກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ
ສະພາແຫ່ງຊາດຊຸດທີ 14)
(vovworld) - ວັນທີ 20/07, ສະພາແຫ່ງຊາດຊຸດທີ 14 ໄຂກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ. ຜູ້ມີສິດເລືອກຕັ້ງທົ່ວປະເທດມີຄວາມເຊື່ອໝັ້ນ ແລະ ຕັ້ງຄວາມຫວັງຫຼາຍຢ່າງເຂົ້າໃນອາຍຸການສະພາແຫ່ງຊາດຊຸດໃໝ່ ໃນການຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ. ຜູ້ມີສິດເລືອກຕັ້ງ ຫວຽນທູຖຸຍ, ຢູ່ນະຄອນ ອຽນບ໋າຍ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໃນອາຍຸການນີ້ ສະພາແຫ່ງຊາດຈະພິຈາລະນາ, ປະກາດໃຊ້ຫຼາຍນະໂຍບາຍໃຫຍ່ຕື່ມອີກ, ນຳປະເທດຊາດໃຫ້ນັບມື້ນັບພັດທະນາກວ່າ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ. ໃນນັ້ນຈະມີຫຼາຍນະໂຍບາຍເປັນເອກະລັກພິເສດສະເພາະໃຫ້ເຂດພູດອຍ, ເຂດພູສູງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ບັນດາສະມາຊິກສະພາແຫ່ງຊາດຊຸດໃໝ່ ຈະປະຕິບັດພາລະໜ້າທີ່ໃຫ້ເປັນຢ່າງດີ, ສົມກັບຄວາມປາຖະໜາຂອງຜູ້ມີສິດເລືອກຕັ້ງ”.
ສ່ວນທ່ານນາງ ຫງວຽນທິນຶ້ອີ, ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕີ້ງ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າມີຄວາມຫວັງປາຖະໜາ ແລະ ມີຄວາມຮຽກຮ້ອງສູງທີ່ສຸດສຳລັບສະພາແຫ່ງຊາດ. ສະພາແຫ່ງຊາດບໍ່ພຽງແຕ່ປຶກຫາລືບັນຫາສຳຄັນຂອງປະເທດຊາດ, ການດຳລົງຊີວິດຂອງປະຊາຊົນເທົ່ານັ້ນ. ຂ້າພະເຈົ້າຄິດວ່າ, ຈາກວຽກງານນ້ອຍທີ່ສຸດໃນແຕ່ລະຮ່ອມບ້ານ, ຄຸ້ມບ້ານ, ຄາບເຂົ້າໃນແຕ່ລະມື້, ນັ້ນແມ່ນເພື່ອຄຸນນະພາບຂອງການດຳລົງຊີວິດ. ກ່ອນອື່ນໝົດ, ພວກເຮົາຍັງເປັນຫ່ວງເປັນໃຍວ່າ ເອກະສານດ້ານກົດໝາຍມີຫຼາຍ, ແຕ່ຕ້ອງມີກົນໄກການປະຕິບັດ ແລະ ການປັບໄໝລົງໂທດສຳລັບບັນຫາຄວາມປອດໄພດ້ານສະບຽງອາຫານ, ບັນຫາຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ”.