ຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນມີຄວາມສົນໃຈເຖິງນະໂຍບາຍສະຫວັດດິການ, ພັດທະນາເສດຖະກິດ - ສັງຄົມ
(VOVWORLD) - ວັນທີ 22 ມິຖຸນາ, ບັນດາຄະນະສະມາຊິກສະພາແຫ່ງຊາດໄດ້ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14…
ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ຫ໊ຽວແທ່ງ, ເມືອງ ຫວູງລຽມ, ແຂວງ ຫວີງລອງ (ພາບ: TTXVN) |
ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ຫ໊ຽວແທ່ງ, ເມືອງ ຫວູງລຽມ, ແຂວງ ຫວີງລອງ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ໃຫ້ຮູ້ວ່າ: ຄາດວ່າມື້ຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຈະໄດ້ດຳເນີນໃນວັນທີ 23 ພຶດສະພາ 2021. ສ່ວນຜູ້ມີສິດເລືອກຕັ້ງກໍ່ໄດ້ຕີລາຄາສູງບັນດາລັດຖະນະໂຍບາຍອັນຖືກຕ້ອງ, ທັນການ, ເຂັ້ມແຂງຂອງພັກ, ລັດ, ລັດຖະບານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
ແລະກໍ່ໃນຕອນບ່າຍວັນທີ 22 ມິຖຸນາ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດແຂວງ ດົງນາຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ຊວນຝູ, ເມືອງ ຊວນໂລກ, ແຂວງ ດົງນາຍ.
ແລະກໍ່ໃນວັນດຽວກັນ, ຄະນະສະມາຊິກສະພາແຫ່ງຊາດແຂວງ ແທງຮ໊ວາ ນຳໂດຍທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຈ້ຽວເຊີນ, ແຂວງ ແທງຮ໊ວາ. ຜູ້ຕາງໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ແທງຮ໊ວາ ໄດ້ລາຍງານຕໍ່ບັນດາຜູ້ມີສິດເລືອກຕັ້ງກ່ຽວກັບເນື້ອໃນລາຍການເຮັດວຽກ, ໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14, ພ້ອມກັນນັ້ນ ກໍ່ແຈ້ງບັນດາຈຸດພົ້ນເດັ່ນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ໃນນັ້ນ ມີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19…