ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ 2 ທ່ານ ເຂົ້າຮ່ວມວາລະຖາມ - ຕອບ ຕ່າງຫາກກັບ ຜູ້ມີສິດເລືອກຕັ້ງ
(VOVWORLD) - ວັນທີ 14 ຕຸລາ, ສຳນັກຂ່າວສານ CNN ໄດ້ໃຫ້ຂ່າວວ່າ ທ່ານປະທານາທິບໍດີ Donald Trump ຈະເຂົ້າຮ່ວມວາລະຖາມ - ຕອບ ທີ່ກອງປະຊຸມໜຶ່ງຂອງສຳນັກງານເຂດປົກຄອງ ຢູ່ Miami ໂດຍ ສຳນັກຂ່າວສານ NBC ຈັດຕັ້ງ ໃນເວລາ 20 ໂມງ ຂອງວັນທີ 15 ຕຸລາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ສະໝັກເລືອກຕັ້ງປະທານາທິບໍດີຂອງພັກ ປະຊາທິປະໄຕ Joe Biden (ພາບ:Patrick Semansky/Associated Press) |
ທ່ານປະທານາທິບໍດີ ອາເມລິກາ Donald Trump ຂອງພັກສາທາລະນະ ແລະ ຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກ ປະຊາທິປະໄຕ Joe Biden ຈະພ້ອມກັນເຂົ້າຮ່ວມວາລະຖາມ - ຕອບ ຕ່າງຫາກກັບຜູ້ມີສິດເລືອກຕັ້ງ ໂດຍສອງສຳນັກຂ່າວສານ NBC ແລະ ABC ຈັດຕັ້ງຂຶ້ນໃນວັນທີ 15 ຕຸລາ, ເຊິ່ງເປັນເວລາທີ່ຄາດວ່າຈະດຳເນີນການໂຕ້ວາທີຄັ້ງທີ 2 ລະຫວ່າງຜູ້ສະໝັກເລືອກຕັ້ງປະທານາທິບໍດີ ສອງທ່ານ ແຕ່ຖືກຍົກເລີກ.
ວັນທີ 14 ຕຸລາ, ສຳນັກຂ່າວສານ CNN ໄດ້ໃຫ້ຂ່າວວ່າ ທ່ານປະທານາທິບໍດີ Donald Trump ຈະເຂົ້າຮ່ວມວາລະຖາມ - ຕອບ ທີ່ກອງປະຊຸມໜຶ່ງຂອງສຳນັກງານເຂດປົກຄອງ ຢູ່ Miami ໂດຍ ສຳນັກຂ່າວສານ NBC ຈັດຕັ້ງ ໃນເວລາ 20 ໂມງ ຂອງວັນທີ 15 ຕຸລາ. ເຫດການດັ່ງກ່າວຈະຊ່ວງເສັງໂດຍກົງກັບວາລະຖາມ-ຕອບກັບຜູ້ມີສິດເລືອກຕັ້ງຂອງທ່ານອະອີດຮອງປະທານາທິບໍດີ Joe Biden ໂດຍສຳນັກຂ່າວສານ ABC ຈັດຕັ້ງຂຶ້ນໃນຕອນຄ່ຳວັນດຽວກັນຢູ່ Philadelphia.