ຜູ້ອອກສະໝັກຮັບເລືອກຕັ້ງແຖວໜ້າ 5 ຄົນຈະໂຕ່້ເວທີໂດຍກົງໃນວັນທີ 20/03
ທ່ານ Benoit Hamon ຕາງໜ້າຝ່າຍຊ້າຍ
(ພາບ: AFP/TTXVN)
(vovworld) - ຜູ້ອອກສະໝັກຮັບເລືອກຕັ້ງແຖວໜ້າ 5 ຄົນໃນບັນດາການຢັ່ງຫາງສຽງທີ່ການຊ່ວງເສງເຂົ້າວັງ Elysee ຈະໂຕ້ເວທີໂດຍກົງໃນຊ່ອງໂທລະພາບເອກະຊົນ TF1 ໃນວັນທີ 20/03 ຈະມາເຖິງ. ບັນດາຜູ້ອອກສະໝັກລວມມີ: ອະດີດນາຍົກລັດຖະມົນຕີທ່ານ Francois Fillon ຕາງໜ້າຝ່າຍຂວາ, ອະດີດລັດຖະມົນຕີກະຊວງສຶກສາທ່ານ Benoit Hamon ຕາງໜ້າຝ່າຍຊ້າຍ; ທ່ານນາງ Marine Le Pen ປະທານພັກຝ່າຍຂວາ “ແນວໂຮມແຫ່ງຊາດ”; ອະດີດລັດຖະມົນຕີກະຊວງເສດຖະກິດທ່ານ Emmanuel Macron ແລະ ການນຳຂະບວນການພັກຝ່າຍຊ້າຍ “ປະເທດ ຝະລັ່ງ ພິລາອາດຫານບໍ່ຍອມຈຳນົນ” ທ່ານ Jean-Luc Melenchon. ການນຳ TF1 ໃຫ້ຮູ້ວ່າ ຮູບການໂຕ້ເວທີຈະແຕກຕາງກັນກັບບັນດາການໂຕ້ເວທີໃນຂອບເຂດການເລືອກຕັ້ງເບື້ອງຕົ້ນຂອງຝ່າຍຂວາ ແລະ ຝ່າຍຊ້າຍເຊິ່ງເຄີຍດຳເນີີນໃນເມື່ອກ່ອນ.