ຜູ້ອຳນວນການໃຫຍ່VOVຕ້ອນຮັບເອກອັກຄະລັດຖະທູດAzerbaijanປະຈຳຫວຽດນາມ
ຜູ້ອຳນວນການໃຫຍ່ VOV ຫງວຽນເທ໋ກີ ຕ້ອນຮັບ
ເອກອັກຄະລັດຖະທູດAzerbaijanປະຈຳຫວຽດນາມ
(vovworld) - ຕອນເຊົ້າວັນທີ 27/09 ຢູ່ສຳນັກງານວິທະຍຸກະຈາຍສຽວ ຫວຽດນາມ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ທ່ານ ຫງວຽນເທ໋ກີ ໄດ້ໃຫ້ການຕ້ອນຮັບທ່ານ Anar Lachin oglu Imanov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ Azerbaijan ປະຈຳ ຫວຽດນາມ. ປະຈຸບັນ ການພົວພັນຮ່ວມມືລະຫວ່າງສະຖານທູດ Azerbaijan ປະຈຳ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ມີບັນດາການເຄື່ອນໄຫວຄື: ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໃຫ້ຂ່າວບັນດາເຫດການໂດຍສະຖານທູດ Azerbaijan ຈັດຕັ້ງຢູ່ ຮ່າໂນ້ຍ, ໂຄສະນາຮູບພາບປະເທດ ແລະ ປະຊາຊົນ Azerbaijan ໃນສື່ເອເລັກໂຕນິກ online ຂອງວິທະຍຸກະຈາຍສຽງ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:
“ປະຈຸບັນ ວິທະຍຸກະຈາຍສຽງ ຫວຽດນາມ ມີ 7 ລະບົບກະຈາຍສຽງ 24/24 ຊົ່ວໂມງຕໍ່ວັນ, ໃນນັ້ນມີ 1 ລະບົບກະຈາຍສຽງເປັນພາສາຕ່າງປະເທດ ດ້ວຍ 12 ພາສາ. ພວກຂ້າພະເຈົ້າມີ 17 ຊ່ອງໂທລະພາບ, ໜັງສື່ພິມ 1 ສະບັບ ແລະ ສື່ເອເລັກໂຕນິກ 2 ສະບັບ. ປະຈຸບັນ ຈຳນວນພະນັກງານ, ນັກຂ່າວ, ນັກບັນນາທິການ, ນັກເຕັກນິກຂອງ ວິທະຍຸກະຈາຍສຽງ ຫວຽດນາມ ມີ 3.400 ຄົນ. ວິທະຍຸກະຈາຍສຽງ ຫວຽດນາມ ມີສຳນັກງານປະຈຳຢູ່ 10 ປະເທດ, ໃນໄລຍະຈະມາເຖິງ ຈະເປີດກ້ວາງສຳນັກງານຢູ່ 12 ປະເທດ. ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນໜຶ່ງໃນບັນດາວິທະຍຸແຫ່ງຊາດແຖວໜ້າຂອງ ຫວຽດນາມ.