ຜູ້ແທນທີ່ມາຈາກ19ປະເທດເຂົ້າຮ່ວມກອງປະຊຸມວິທະຍາສາດຟີຊິກສາກົນ
ກອງປະຊຸມວິທະຍາສາດຟີຊິກສາກົນ
(ພາບ: thanhnien.com.vn)
(vovworld) – ວັນທີ 17/08, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ, ມີຜູ້ແທນ 60 ຄົນທີ່ມາຈາກ 19 ປະເທດໃນໂລກໄດ້ເຂົ້າຮ່ວມກອງປະຊຸມວິທະຍາສາດຟີຊິກສາກົນ ດ້ວຍຫົວຂໍ້ວ່າ “ຈັກກະວານວິທະຍາ - 50 ປີພາຍຫຼັງຄົ້ນຫາປະກາຍລັກສີຂອງພື້ນຖານຈັກກະວານ”. ນີ້ແມ່ນກອງປະຊຸມນອນໃນບັນດາລາຍການວິທະຍາສາດ “ພົບປະຫວຽດນາມ ຕັ້ງທີ 11” ປີ 2015, ໂດຍສະມາຄົມວິທະຍາສາດພົບປະຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມປະຕິບັດ. ທີ່ກອງປະຊຸມ, ບັນດານັກຟິຊິກສາດ, ນັກດາລາສາດ ໄດ້ມີບົດແນະນຳລົງເລິກກ່ຽວກັບປະຫວັດແຫ່ງການເປັນຮູບປະທຳຂອງຈັກກະວານ, ເຫດລະເບີດ Big Bang, ການຄົ້ນຄວ້າກ່ຽວກັບການປະກາຍລັກສີຈັກກະວານຂອງພື້ນຖານ… ກອງປະຊຸມຈຳດຳເນີນໄປຮອດວັນທີ 22/08 ຈຶ່ງຈະອັດລົງ.