ພາບປະກອບ:internet
|
(vovworld)- ໂຄງການມີຊື່ວ່າ:“ໂຄງການພັດທະນາກຳລັງຄວາມສາມາດທ່ອງທ່ຽວມີຄວາມຮັບຜິດຊອບກັບສິ່ງແວດລ້ອມ ແລະ ສັງຄົມ” ໂດຍສະຫະພາບເອີລົບ ອຸປະຖຳ. ໃນວັນ 18 ແລະ 19/4, ຢູ່ ຮ່າໂນ້ຍ, ເປັນຄັ້ງທຳອິດ ໂຄງການດັ່ງກ່າວຈັດຕັ້ງຊຸດຝືກອົບຮົມໃຫ້ແກ່ນັກບຳລຸງສ້າງກ່ຽວກັບການທ່ອງທ່ຽວ 33 ຄົນ.
ໂຄງການດັ່ງກ່າວຖືກສ້າງຂຶ້ນ ບົນພື້ນຖານຂະແຫນງທ່ອງທ່ຽວຫວຽດນາມ ໄດ້ ແລະ ພວມພັດທະນາ, ນັບມື້ນັບຫລາຍຮູບຫລາຍແບບ ແລະ ກາຍເປັນສະຖານທີ່ທ່ອງທ່ຽວຊັ້ນນຳຢູ່ພາກພື້ນ ມີກຳລັງແກ້ງແຍ້ງສູງ. ທ່ອງທ່ຽວມີຄວາມຮັບຜິດຊອບ ປະກອບສ່ວນເພີ່ມທະວີລັກສະນະແກ້ງແຍ້ງ, ພ້ອມທັງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຊາວທ້ອງຖິ່ນ ເຄົາລົບ ແລະ ຮັກສາແຫລ່ງຊັບພະຍາກອນຂອງປະເທດຊາດ. ໂຄງການດັ່ງກ່າວໂດຍ ສະຫະພາບເອີລົບອຸປະຖຳ ລວມມູນຄ່າກວ່າ 10 ລ້ານເອີໂຣ ແລະ ໄດ້ຮັບການຜັນຂະຫຍາຍໃນໄລຍະແຕ່ປີ 2011-2015.