ພິທີເຊັນຂໍ້ຕົກລົງລະຫວ່າງ 2 ຝ່າຍ
(ພາບ: Việt Anh)
|
(vovworld) - ຕອນບ່າຍວັນທີ 19/5, ຢູ່ ຮ່າໂນ້ຍ, ກະຊວງການເງິນ ແລະ ອົງການພັດທະນາ ຝຣັ່ງ ປະຈຳ ຫວຽດນາມ ໄດ້ເຊັນຂໍ້ຕົກລົງສິນເຊື່ອໃຫ້ບ້ວງເງິນກູ້ຢືມ 20 ລ້ານ ເອີໂຣ ສະຫງວນໃຫ້ແກ່ 5 ໄລຍະຂອງ “ໂຄງການໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”. ຕ້ານການປ່ຽນແປງຂອງດິນຟ້າອາກາດແມ່ນໜຶ່ງໃນບັນດາການກຳນົດທິດຍຸດທະສາດໃຫ້ແກ່ການເຄື່ອນໄຫວຂອງອົງການພັດທະນາ ຝຣັ່ງ ຢູ່ ຫວຽດນາມ. “ໂຄງການໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ໜູນຊ່ວຍລັດຖະບານ ຫວຽດນາມ ໃນບັນດາການປະຕິຮູບຂະແໜງຕ້ານການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ, ພ້ອມທັງສົ່ງເສີມການພັດທະນາມີລະດັບປ່ອຍອາຍ ກາກບອນ ຕ່ຳ. ດ້ວຍບ້ວງເງິນໜູນຊ່ວຍງົບປະມານ 20 ລ້ານ ເອີໂຣ ໃຫ້ແກ່ໄລຍະ 5, ອັນໄດ້ຍົກຍອດຈຳນວນເງິນໝັ້ນໝາຍໜູນຊ່ວຍງົບປະມານຂອງອົງການພັດທະນາ ຝຣັ່ງ ໃຫ້ແກ່ໂຄງການຂຶ້ນເຖິງລະດັບ 100 ລ້ານ ເອີໂຣ.