ຝລັ່ງ,ເຢຍລະມັນກະຕຸກຊຸກຍູ້ປະຕິບັດຄຳສັ່ງຢຸດຍິງຮອບດ້ານຢູ່ຢູແກຼນ
(VOVWORLD) -ໃນຖະແຫຼງການຮ່ວມ, ວັນທີ 28 ທັນວາ, ທ່ານປະທານາທິບໍດີຝລັ່ງ Emmanuel ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ຢ້ຳຄືນຄຳຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ເຄົາລົບຄຳສັ່ງຢຸດຍິງ “ຢ່າງແນ່ນອນ, ຮອບດ້ານ ແລະ ຍາວນານ” ຢູ່ພາກພື້ນຢູແກຼນ ຕາເວັນອອກ.
ທ່ານປະທານາທິບໍດີຝລັ່ງ Emmanuel ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel
(ພາບ: kyivpost.com)
|
ການນຳ 2 ທ່ານກໍ່ໄດ້ຊົມເຊີຍເລື່ອງບັນດາຜູ້ຕາງໜ້າຂອງຢູແກຼນ, ລັດເຊຍ ແລະ ອົງການຄວາມໝັ້ນຄົງ ແລະ ຮ່ວມມືເອີລົບ (OSCE) ບັນລຸໄດ້ຂໍ້ຕົກລົງຢຸດຍິງສະບັບໃໝ່, ເຊິ່ງ ມີຜົນສັກສິດນັບແຕ່ຕອນເຊົ້າວັນທີ 29 ທັນວາ. ການນຳ 2 ທ່ານໄດ້ເນັ້ນໜັກເຖິງເລື່ອງຮັບປະກັນສະພາບແວດລ້ອມທີ່ປອດໄພ ຈະອະນຸຍາດໃຫ້ປະຕິບັດບັນດາການເຄື່ອນໄຫວມະນຸດສະທຳທີ່ສຳຄັນ.
ກ່ອນໜ້ານັ້ນ, ວັນທີ 26 ທັນວາ, ລັດຖະບັນຍັດຢຸດຕິສະພາບການສົງຄາມ ເຊິ່ງທ່ານປະທານາທິບໍດີຢູແກຼນ ປະກາດເມື່ອວັນທີ 25 ພະຈິກ ຢູ່ບາງເຂດຊາຍແດນໄດ້ໝົດຜົນສັກສິດຢ່າງເປັນທາງການ.