(vovworld) - ວັນທີ 07/02, ທ່ານນາງ Benguigui, ລັດຖະມົນຕີ ຮັບມອບສິດເປັນຜູ້ຮັບຜິດຊອບດ້ານພາສາຝລັ່ງ ຄຽງຂ້າງລັດຖະມົນຕີການຕ່າງປະເທດຝລັ່ງ ແລະ ທ່ານ ເຢືອງຈິ໋ຈູງ, ຮອງລັດຖະມົນຕີກະຊວງການເງິນ, ໄດ້ລົງນາມໃນສັນຍາທີ່ມີມູນຄ່າ 75 ລ້ານເອີໂລ ໃຫ້ແກ່ໂຄງການສົ່ງໄຟຟ້າແຮງສູງ Pleiku - ເກົາບົງ. ເຫດການນີ້ເປັນຂີດໝາຍແຫ່ງໄລຍະໃໝ່ ແລະ ສຳຄັນໃນຄຳໝັ້ນສັນຍາຂອງຝລັ່ງ ທີ່ສະຫງວນໃຫ້ແກ່ການພັດທະນາເສດຖະກິດຂອງຫວຽດນາມ, ຜ່ານການເພີ່ມທະວີຕາໜ່າງໄຟຟ້າຂອງປະເທດຊາດ, ພິເສດແມ່ນໃນປີສະເຫຼີມສະຫຼອງການຮ່ວມມືຝລັ່ງ - ຫວຽດນາມ. ໂຄງການສາຍສົ່ງໄຟຟ້າແຮງສູງ 500 kV ຈະເຊື່ອມຕໍ່ Pleiku ແລະ ເກົາບົງ, ມີຄວາມຍາວ 437 ກມ, ໄປຜ່ານ 5 ແຂວງ. ໂຄງການມີຄວາມໝາຍສຳຄັນຍຸດທະສາດ ຈະສົ່ງໄຟຟ້າຈາກທາງພາກກາງ ໄປສູ່ພາກໃຕ້ຂອງປະເທດຊາດ. ໂຄງການໂດຍ AFD ແລະ ທະນາຄານພັດທະນາອາຊີ (ADB) ພ້ອມກັນອຸປະຖຳ.