ຝ່າຍຄ້ານຢູ່ໄທຈັດການ ແຫ່ຂະບວນປະທ້ວງ ຄັດຄ້ານກົດໝາຍວ່າດ້ວຍ ການອະໄພຍະໂທດ ວັນອາທິດ ທີ 3 ພະຈິກ ຄ.ສ. 2013 | 16:07:17 (ພາບ: baodatviet.vn) (vovworld)- ວັນທີ 2/11, ຊາວໄທ ນັບພັນໆຄົນໄດ້ຈັດການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ ໄດ້ເຕົ້າໂຮມຢູ່ນະຄອນຫຼວງບາງກອກ ພາຍຫຼັງສະພາຜູ້ແທນລາສະດອນໄທ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການອະໄພຍະໂທດ ທີ່ກໍ່ຄວາມໂຕ້ຖຽງກັນ ຊື່ງຕາມນັ້ນແລ້ວ ອະນຸຍາດໃຫ້ທ່ານນາຍົກລັດຖະມົນຕີຜູ້ທີ່ຖືກໂຄ່ນລົ້ມທັກສິນ ຊີນນາວັດ ພວມພັດຖິ່ນສາມາດກັບເມືອປະເທດ. ຕຳຫຼວດໄທ ໃຫ້ຮູ້ວ່າ: ຜູ້ແຫ່ຂະບວນປະທ້ວງປະມານ 3000 ຄົນໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໂດຍພັກປະຊາທິປະໄຕຝ່າຍຄ້ານຈັດຕັ້ງຂຶ້ນໃນຕອນແລງວັນທີ 2/11 ແລະ ຄາດວ່າຈຳນວນດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນ. ຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ ໄດ້ຮັບການຮັບຮອງເອົາຈາກ ສະພາຜູ້ແທນລາສະດອນໄທ ໃນວັນທີ 1/11 ຜ່ານມາ ແລະ ຄາດວ່າຈະຖືກຍົກອອກມາເພື່ອໃຫ້ວຸດທິສະພາໄທ ຮັບຮອງເອົາໃນວັນທີ 11/11 ຈະມາເຖິງ./. Tag vovworldvovຝ່າຍຄ້ານຢູ່ໄທ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ