ຝ່າຍຕາເວັນຕົກ ກຽມພ້ອມແຜນການ ນຳໃຊ້ນ້ຳມັນຖ້າຫາກອີຣານປິດຊ່ອງທະເລ Hormuz
ໃນສະພາບການທີ່ ອີຣານນາບຂູ່ປິດຊ່ອງທະເລ Hormuz, ຝ່າຍຕາເວັນຕົກໄດ້ກຽມພ້ອມແຜນການລະວັງຕົວ, ຕາມນັ້ນແລ້ວການນຳໃຊ້ນ້ຳມັນສະສົມຍຸດທະຍາດເພື່ອ ຊົດເຊີຍແຫຼ່ງນ້ຳມັນເກືອບທັງໝົດຈາກເຂດອ່າວເປີເຊຍ ເຊິ່ງອາດຈະຖືກເສຍຫາຍ ຖ້າຫາກ ອີຣານ ສະກັດກັ້ນເສັ້ນທາງຂົນສົ່ງທາງທະເລສຳຄັນທີ່ສຸດໃນໂລກນີ້. ອົງການພະລັງງານສາກົນ (ຫຼື IEA) ໄດ້ປຶກສາຫາລືແຜນການສະໜອງ ນ້ຳມັນ 14 ລ້ານຖັງ/ ວັນ ຈາກແຫຼ່ງນ້ຳມັນສະສົມຂອງລັດຖະບານ ຢູ່ ອາເມລິກາ, ເອີລົບ, ຍີ່ປູ່ນ ແລະ ບັນດາປະເທດນຳເຂົ້ານ້ຳມັນອື່ນ. ແຜນການນີ້ອາດຈະຊົດເຊີຍນ້ຳມັນຂົນສົ່ງຜ່ານຊ່ອງທະເລ Hormuz ໃນ 1 ເດືອນ ຢ່າງຄົບຖ້ວນ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດານັກໄຈ້ແຍກຖືວ່າ: ອີຣານ ຍາກທີ່ຈະປິດຊ່ອງທະເລ Hormuz ໄດ້.