ທ່ານ Mohamed Nabil Benabdllah
ຕ້ອນຮັບທ່ານ ເຈີ່ນກວກຖູຍ
(vovworld) – ວັນທີ 17/03 ທີ່ການຕ້ອນຮັບທ່ານ ເຈີ່ນກວກຖູຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ມາຣົກ, ທ່ານເລຂາທິການໃຫຍ່ພັກກ້າວໜ້າ ແລະ ສັງຄົມນິຍົມ ມາຣົກ (PPS) Mohamed Nabil Benabdllah ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດເວົ້າລວມ ແລະ 2 ພັກເວົ້າສະເພາະ ແລະ ເນັ້ນໜັກເປັນພິເສດວ່າພັກກອມມູນິດ ຫວຽດນາມ ຍາມໃດກໍ່ເປັນຄູ່ຮ່ວມມືບຸລິມະສິດຂອງ PPS ນັບແຕ່ຊຸມວັນແຫ່ງການສ້າງຕັ້ງ. ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ: ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງກັບ ຫວຽດນາມ, ດ້ວຍຮູບ ພາບປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ປະເທດ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ. PPS ຍາມໃດກໍ່ສະໜັບສະໜູນການພັດທະນາສາຍພົວພັນກັບ ຫວຽດນາມ ຢູ່ລະດັບລັດຖະບານ. ພັກ PPS ສະເໜີ 2 ພັກຄວນມີບັນດາການພົບປະແລກປ່ຽນປະຈຳປີ, ຢ່າງໜ້ອຍສຸດແມ່ນປີລະເທື່ອໜຶ່ງຜັດປ່ຽນກັນລະຫວ່າງ 2 ຝ່າຍ, ດ້ວຍຈຸກປະສົງ ບໍ່ພຽງແຕ່ປັບປຸງການພົວພັນ 2 ພັກເທົ່ານັ້ນ ຫາກຍັງພັດທະນາໃນບັນດາຂົງເຂດອື່ນໆອີກດ້ວຍຄື: ແລກປ່ຽນບັນດາຄະນະຊາວໜຸ່ມ, ແມ່ຍິງ…