ພັກ​ປະ​ຊາ​ທິ​ປະ​ໄຕ ຍື່ນ​ສະ​ເໜີ​ຮ່າງ​ກົດ​ໝາຍ​ນຳ ວໍ​ຊິງ​ຕັນ D.C ກາຍ​ເປັນ​ລັດ​ແຫ່ງທີ 51 ຂອງ ອາ​ເມ​ລິ​ກາ

(VOVWORLD) -ຮ່າງກົດໝາຍສະບັບນີ້ ແມ່ນເພື່ອແນໃສ່ເຮັດໃຫ້ປະຊາຊົນນະຄອນຫຼວງ ວໍຊິງຕັນ DC, ຜູ້ທີ່ຖືກເສຍພາສີອາກອນລະຫວ່າງລັດ ແຕ່ບໍ່ມີຜູ້ຕາງໜ້າໃນສະພາແຫ່ງຊາດ ໄດ້ມີສຽງເວົ້າ, ມີສິດປ່ອນບັດ ແລະ ມີຜູ້ຕາງໜ້າໃນສຳນັກງານຕັ້ງຢູ່ໂນນພູ Capitol.
ພັກ​ປະ​ຊາ​ທິ​ປະ​ໄຕ ຍື່ນ​ສະ​ເໜີ​ຮ່າງ​ກົດ​ໝາຍ​ນຳ ວໍ​ຊິງ​ຕັນ D.C ກາຍ​ເປັນ​ລັດ​ແຫ່ງທີ 51 ຂອງ ອາ​ເມ​ລິ​ກາ - ảnh 1ທ່ານ Tom Carper - ສະມາຊິກສະພາສູງ ພັກປະຊາທິປະໄຕ (ພາບ: TTXVN)

ວັນທີ 27 ມັງກອນ, ສະມາຊິກສະພາສູງ ພັກປະຊາທິປະໄຕກຸ່ມໜຶ່ງ ໂດຍທ່ານ Tom Carper ນຳໜ້າ ໄດ້ນຳສະເໜີຮ່າງກົດໝາຍ ເພື່ອນຳນະຄອນຫຼວງ ວໍຊີງຕັນ ກາຍເປັນລັດແຫ່ງທີ 51 ຂອງ ອາເມລິກາ. ຕາມສະມາຊິກສະພາສູງ Tom Carper ແລ້ວ ຮ່າງກົດໝາຍສະບັບນີ້ ແມ່ນເພື່ອແນໃສ່ເຮັດໃຫ້ປະຊາຊົນນະຄອນຫຼວງ ວໍຊິງຕັນ DC, ຜູ້ທີ່ຖືກເສຍພາສີອາກອນລະຫວ່າງລັດ ແຕ່ບໍ່ມີຜູ້ຕາງໜ້າໃນສະພາແຫ່ງຊາດ ໄດ້ມີສຽງເວົ້າ, ມີສິດປ່ອນບັດ ແລະ ມີຜູ້ຕາງໜ້າໃນສຳນັກງານຕັ້ງຢູ່ໂນນພູ Capitol.

        ຮ່າງກົດໝາຍສະບັບນີ້ ໄດ້ຮັບການຊຸກຍູ້ຄັ້ງທຳອິດເມື່ອປີ 2013, ເມື່ອຮ່າງກົດໝາຍສະບັບນີ້ໄດ້ຮັບການຮັບຮອງເອົາ ກໍ່ຈະອະນຸຍາດໃຫ້ພົນລະເມືອງຂອງນະຄອນນີ້ ມີສິດອຳນາດເຕັມໃນການຕັດສິນທຸກບັນຫາຂອງທ້້ອງຖິ່ນ, ກໍຄື ມີສິດອຳນາດເຕັມໃນການຕາງໜ້າຢູ່ສະພາແຫ່ງຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ