ພັກປະເທດລັດເຊຍ ເອກະພາບ ຮຽກໂຮມກອງປະຊຸມໃຫຍ່ວິສາມັນ.
ທ່ານ Putin ສະເຫນີແຕ່ງຕັ້ງທ່ານ Medvedev ເປັນປະທານ UR
ພາບປະກອບ:internet
|
(vovworld) - ວັນທີ 25/4, ຄະນະປະທານສະພາສູງສຸດພັກປະເທດ ລັດເຊຍ ເອກະພາບ (UR) ໄດ້ຕົກລົງຮຽກໂຮມກອງປະຊຸມໃຫຍ່ວິສາມັນຂອງພັກນີ້ໃນວັນທີ 26/5 ຈະມາເຖິງ ເພື່ອເລືອກຕັ້ງປະທານຄົນໃຫມ່ ແລະ ປຶກສາຫາລືບັນດາບັນຫາບຸລິມະສິດທີ່ພວມວາງອອກໃຫ້ແກ່ອຳນາດພັກກຳອຳນາດນີ້ ຢູ່ ລັດເຊຍ. ຄະນະປະທານສະພາສູງສຸດພັກປະເທດ ລັດເຊຍ ເອກະພາບ ຮຽກໂຮມກອງປະຊຸມໃຫຍ່ວິສາມັນ ແມ່ນຕາມຂໍ້ ສະເຫນີຂອງນາຍົກລັດຖະມົນຕີຄົນປະຈຸບັນ ທັງເປັນປະທານພັກນີ້ ທ່ານ Vladimir Putin. ກ່ອນຫນ້ານັ້ນ ທ່ານ Putin ຖະແຫລງວ່າ ຈະເຊົາດຳລົງຕຳແຫນ່ງປະທານພັກດັ່ງກ່າວ ພາຍຫລັງພິທີສາບານຕົວຮັບດຳລົງ ຕຳແຫນ່ງປະທານາທິບໍດີ ລັດເຊຍ ໃນວັນທີ 7/5 ຈະມາເຖິງ ແລະ ສະເຫນີເລືອກຕັ້ງທ່ານ Dmitry Medvedev ປະທານາທິບໍດີ ໃກ້ໝົດອາຍຸການ ແທນຕຳແຫນ່ງດັ່ງກ່າວ. ຄາດວ່າ ທ່ານ Medvedev ຈະໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີລັດເຊຍ ພາຍຫລັງວັນທີ 8/5.