ພັກ, ລັດຍາມໃດກໍເອົາໃຈໃສ່ເຖິງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ

ພັກ, ລັດຍາມໃດກໍເອົາໃຈໃສ່ເຖິງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ - ảnh 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວ​ງ​ຈູ​ລິວ

(vovworld)- ໃນ​ວັນ​ທີ 1/7, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວ​ງ​ຈູ​ລິວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ນັກ​ຮົບ​ປະ​ຕິວ​ັດ​ຖືກ​ສັດ​ຕູ​ຈັບ​ຂັງ ເມືອງ​ນາມ​ດານ ແຂວງ ເງະ​ອານ ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວ​ງ​ຈູ​ລິວ ຢືນ​ຢັນ​ວ່າ ດ້ວຍ​ສິນ​ລະ​ທຳ “ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” . ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ພັກ​, ລັດຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ, ປົວ​ແປງ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ, ໃນ​ນັ້ນ​ມີບັນ​ດາ ນັກ​ຮົບ​ປະ​ຕິວ​ັດ​ຖືກ​ສັດ​ຕູ​ຈັບ​ຂັງ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວ​ງ​ຈູ​ລິວຫວັງ​ວ່າບັນ​ດານັກ​ຮົບ​ປະ​ຕິວ​ັດຜູ້​ຮັກ​ຊາດ​ຖືກ​ສັດ​ຕູ​ຈັບ​ຂັງເມືອງ​ນາມ​ດານ ຈົ່ງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ປະ​ຕິ​ວັດ, ເຈດ​ຈຳ​ນົງ​ນັກ​ກອມ​ມູ​ນິດ, ປະ​ກອບ​ສ່ວນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ, ກໍ່​ສ້າງເມືອງ​ນາມ​ດານ ແຂວງ​ເງະ​ອານ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

 

ຂ່າວ/ບົດ​ອື່ນ