ພັກ, ລັດ ຍາມໃດກໍ່ເຊີດຊູບົດບາດ ແລະ ຄວາມຮັບຜິດຊອບຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ

(VOVWORLD) - ພັກ, ລັດ ຍາມໃດກໍ່ເຊີດຊູບົດບາດ ແລະ ຄວາມຮັບຜິດຊອບຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ - ນີ້ແມ່ນຄຳເຫັນຂອງທ່ານ ອວງຈູລືວ, ປະທານສະພາແຫ່ງຊາດ ຫວຽດນາມ ເມື່ອວັນທີ 30 ສິງຫາ, ທີ່ການຕ້ອນຮັບບັນດາບຸກຄົນທີ່ດີເດັ່ນທີ່ໄດ້ຮັບການເຊີດຊູໃນລາງວັນ “ໂຕນດືກທັ໋ງ” ແລະ ລາງວັນ 28 ກໍລະກົດ ປີ 2017. 
ພັກ, ລັດ ຍາມໃດກໍ່ເຊີດຊູບົດບາດ ແລະ ຄວາມຮັບຜິດຊອບຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ - ảnh 1 ກຳມະກອນພວມເຮັດວຽກ

ທ່ານຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ຊົນຊັ້ນກຳມະການ ແລະ ປະຊາຊົນຜູ້ອອກແຮງງານ ແມ່ນກຳລັງແກ່ນສານ, ປະຈັນບານຂອງພັກ; ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງນະຄອນ ໂຮ່ຈີມິນ ສືບຕໍ່ເອົາໃຈໃສ່ເຖິງລະບອບ, ນະໂຍບາຍສຳລັບກຳມະກອນ ແລະ ຊາວຜູ້ອອກແຮງງານ, ຮັບປະກັນຊີວິດການເປັນຢູ່, ວຽກເຮັດງານທຳ, ລາຍຮັບ, ມີລະດັບຄອງຊີບນັບມື້ນັບດີກ່ວາ; ບັນດາສ່ວນບຸກຄົນໄດ້ຮັບການເຊີດຊູຄວນສືບຕໍ່ຜັນຂະຫຍາຍພູມປັນຍາ ແລະ ຄວາມຂະຫຍັນຂັນເຄື່ອນຢ່າງສຸດຈິດສຸດໃຈ, ມີຫົວຄິດປະດິດສ້າງ, “ກ້າຄິດກ້າທຳ” ໃນການອອກແຮງງານ, ສ້າງຂໍ້ລິເລີ່ມໃໝ່, ມາດຕະການມີປະໂຫຍດຫຼາຍຢ່າງ, ນຳມາເຊິ່ງໝາກຜົນແທດຈິງໃຫ້ວິສາຫະກິດ, ປະຊາຄົມ ແລະ ສັງຄົມ, ປະກອບສ່ວນສ້າງນະຄອນໂຮ່ຈີມິນ ແມ່ນຕົວເມືອງພິເສດ, ເຂດເສດຖະກິດກຳລັງໜູນ, ແມ່ນສູນເສດຖະກິດໃຫຍ່ສຸດຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ