(vovworld) - ວັນທີ 04/12, ກອງປະຊຸມຄັ້ງທີ 34 ຂອງພັກເຄື່ອນໂຫວເພື່ອປະຊາຊົນ (PAP) ກຳອຳນາດຂອງທ່ານນາຍົກລັດຖະມົນຕີສິງກະໂປ ຫຼີສຽນຫຼົງ ໄດ້ເລືອກຕັ້ງສະມາຊິກຄະນະບໍລິຫານງານສູນກາງພັກ PAP ອາຍຸການໃໝ່ 2 ປີ 12 ທ່ານ, ນັບແຕ່ປີ 2017. ບັນຊີລາຍຊື່ຄະນະບໍລິຫານງານໃໝ່ບໍ່ມີການປ່ຽນແປງຫຼາຍ, ດ້ວຍບັນດາສະມາຊິກລ້ວນແຕ່ແມ່ນບັນດາຜູ້ພວມດຳລົງຕຳແໜ່ງສຳຄັນໃນລັດຖະບານສິງກະໂປ.