ພັດທະນາກະສິກຳສະຫຼາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ທ່ານ ກາວດຶກຟາດ, ລັດຖະມົນຕີວ່າການກະຊວງກະສິກຳ
ແລະ ພັດທະນາຊົນນະບົດຫວຽດນາມ
(ພາບປະກອບ)
(vovworld) – “ຍູ້ແຮງການຮ່ວມມື ແລະ ທະວີຄູນບັນດາຮູບແບບພັດທະນາກະສິກຳສະຫຼາດ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ແມ່ນເນື້ອໃນຕົ້ນຕໍເຊິ່ງໄດ້ປຶກສາຫາລືທີ່ກອງປະຊຸມໂຕະມົນດຳເນີນ ໃນວັນທີ 28/10, ຢູ່ຮ່າໂນ້ຍ. ກອງປະຊຸມໂດຍທ່ານ ກາວດຶກຟາດ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ທ່ານ Han Hans Hoogeveen, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳລາຊະອານາຈັກໂຮນລັງ ເປັນປະທານ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ກາວດຶກຟາດ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຊີ້ແຈ້ງວ່າ.
“ໃນໄລຍະຜ່ານມາ, ຫວຽດນາມ ແລະ ໂຮນລັງ ໄດ້ສ້າງຫຼາຍຮູບທີ່ປະສິດທິຜົນ, ແຕ່ວ່າ, ບັນຫາສຳຄັນທີ່ໄດ້ວາງອອກ ແມ່ນເຮັດແນວໃດເພື່ອຂະຫຍາຍອອກຢ່າງກວ້າງແຂວງ. ສຳຄັນທີ່ສຸດແມ່ນ ການແນະນຳ ແລະ ໜູນຊ່ວຍໃຫ້ຊາວກະສິກອນ ແລະ ບັນດາວິສາຫະກິດພ້ອມກັນເຂົ້າຮ່ວມ ເພື່ອປະຕິບັດໃຫ້ບັນລຸປະສິດທິຜົນສູງສຸດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຕັ້ງໜ້າຕອບສະໜອງ ແລະ ປະຕິບັດບັນດາຄາດໝາຍກ່ຽວກັບການພັດທະນາແບບຍືນຍົງ ເຊິ່ງສະຫະປະຊາຊາດໄດ້ປຸກລະດົມ”.
ສ່ວນທ່ານ Han Hans Hoogeveen, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳລາຊະອານາຈັກໂຮນລັງ, ຖືວ່າ, ໂຮນລັງ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ ດ້ານວິທະຍາສາດ, ເຕັກໂນໂລຊີໃນຂົງເຂດກະສິກຳ.