ພັດທະນາກະສິກຳແບບຍືນຍົງໃນການເຊື່ອມໂຍງເຂົ້າກັບອາຊຽນ
ພັດທະນາກະສິກຳແບບຍືນຍົງໃນການເຊື່ອມໂຍງເຂົ້າກັບອາຊຽນ
(vovworld) – ດ້ວຍເປົ້າໝາຍຍົກສູງຄຸນນະພາບຜະລິດຕະພັນກະສິກຳ, ຮັບປະກັນຜົນປະໂຫຍດໃຫ້ຊາວກະສິກອນ ແລະ ພັດທະນາກະສິກຳແບບຍືນຍົງໃນສະພາບການເຊື່ອມໂຍງເຂົ້າກັບ ອາຊຽນ, ໃນລະຫວ່າງວັນທີ 15 – 16/09 ຢູ່ ຮ່າໂນ້ຍ, ກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ສົມທົບກັບກອງທຶນ Rosa Luxemburg ຈັດຕັ້ງກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ: “ພັດທະນາກະສິກຳແບບຍືນຍົງໃນການເຊື່ອມໂຍງເຂົ້າກັບ ອາຊຽນ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຈິ້ງງອກທ໋າຍ ຮອງປະທານກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍພົນລະເມືອງປະມານ 70% ແມ່ນຊາວກະສິກອນ ກະສິກຳຍາມໃດກໍ່ແມ່ນຂົງເຂດສຳຄັນທີ່ສຸດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ກວມເອົາເກືອບ 20% GDP ທົ່ວປະເທດ. ການເຊື່ອມໂຍງເສດຖະກິດເວົ້າລວມ ແລະ ການເຊື່ອມໂຍງເສດຖະກິດ ອາຊຽນ ເວົ້າສະເພາະ ໄດ້ນຳມາໃຫ້ບັນດາຜົນປະໂຫຍດ ແລະ ກາລະໂອກາດໃຫ້ຊາວກະສິກອນ, ໃຫ້ພື້ນຖານກະສິກຳ ຫວຽດນາມ ກໍ່ຄືບັນດາປະເທດສະມາຊິກ ອາຊຽນ ເວົ້າລວມ. ນັ້ນແມ່ນການເປີດກ້ວາງ ຕະຫລາດສົ່ງອອກ, ຄວາມເສລີໃນການຄ້າ, ດຶງດູດເງິນລົງທຶນ, ແລກປ່ຽນວິທະຍາສາດ - ເຕັກໂນໂລຢີ…ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນກໍ່ປຶກສາຫາລືບາງເນື້ອໃນທີ່ກ່ຽວຂ້ອງເຖິງບັນຫາພັດທະນາກະສິກຳແບບຍືນຍົງໃນການເຊື່ອມໂຍງເຂົ້າກັບ ອາຊຽນ.