ພັດທະນາການຄ້າເຂດ ຊາຍແດນຫວຽດນາມ - ກຳປູເຈຍ -ລາວ
ການປະຊຸມຂ່າວ “ ໄຕນິງ - ປະຕູພັດທະນາການຄ້າ
ເຂດຊາຍແດນຫວຽດນາມ - ກຳປູເຈຍ - ລາວ”
(ພາບ: baomoi.com)
(vovworld) – ກອງປະຊຸມ “ ໄຕນິງ - ປະຕູພັດທະນາການຄ້າເຂດຊາຍແດນຫວຽດນາມ - ກຳປູເຈຍ - ລາວ” ຈະດຳເນີນໃນວັນທີ 20/12, ຢູ່ແຂວງໄຕນິງ ເພື່ອແນໃສ່ເພີ່ມທະວີປະສິດທິຜົນແຫ່ງການຂຸດຄົ້ນທ່າແຮງໃນການພັດທະນາເສດຖະກິດລະຫວ່າງ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ. ທີ່ກອງປະຊຸມສຳມະນາຄັ້ງນີ້, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ນັກຊ່ຽວຊານ ແລະ ຜູ້ແທນທີ່ມາຈາກ ກຳປູເຈຍ ແລະ ລາວ ຈະພ້ອມກັນປຶກສາຫາລືກ່ຽວກັບມາດຕະການຊຸກຍູ້ການຄ້າເຂດຊາຍແດນລະຫວ່າງຫວຽດນາມ ກັບ ກຳປູເຈຍ ແລະ ລາວ ຜ່ານເສັ້ນທາງຍຸດທະສາດທີ່ໄດ້ຮັບການເຊື່ອມຕໍ່ຈາກແຂວງໄຕນິງ ໄປຜ່ານກຳປູເຈຍ ຮອດລາວ. ທ່ານເລແທ່ງໂກງ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າແຂວງໄຕນິງ ໃຫ້ຮູ້ວ່າ.
“ໄຕນິງ ແມ່ນປະຕູເຂດຊາຍແດນທາງພາກໃຕ້ຂອງຫວຽດນາມ. ຜ່ານກອງປະຊຸມສຳມະນາຄັ້ງນີ້ ພວກຂ້າພະເຈົ້າຢາກຊອກຫາເສັ້ນທາງສັ້ນທີ່ສຸດຈາກຫວຽດນາມ ໄປຍັງກຳປູເຈຍ ແລະ ລາວ ເພື່ອຍູ້ແຮງການພັດທະນາດ້ານການຄ້າລະຫວ່າງ 3 ປະເທດ. ພວກຂ້າພະເຈົ້າໄດ້ສຳຫຼວດເສັ້ນທາງນີ້ແລ້ວ. ຝ່າຍລາວ ແລະ ກຳປູເຈຍ ກໍ່ຈະເຂົ້າຮ່ວມກອງປະຊຸມສຳມະນາ ແລະ ຍົກອອກບັນດາທັດສະນະ, ຄຳເຫັນເພື່ອຍູ້ແຮງການຄ້າຜ່ານເສັ້ນທາງນີ້ໃນໄລຍະຈະມາເຖິງ”.