ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: vietnamtourism.com)
(vovworld) - ກອງປະຊຸມປະຈຳປີກ່ຽວກັບ “ປະຕິບັດການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບເພື່ອການພັດທະນາແບບຍືນຍົງຢູ່ ຫວຽດນາມ“ ດຳເນີນໄປໃນວັນທີ 7/10 ຢູ່ ຮ່າໂນ້ຍ. ເຫດການໂດຍໂຄງການພັດທະນາກຳລັງຄວາມສາມາດທ່ອງທ່ຽວທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະຫະພາບເອີລົບອຸປະຖຳຈັດຕັ້ງ.
ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ (ກະຊວງ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ຖືວ່າ: ທ່ອງທ່ຽວແບບຍືນຍົງທັງເປັນຈຸດໝາຍ, ທັງເປັນມາດຕະການແກ້ໄຂ ເພື່ອຊຸກຍູ້ການທ່ອງທ່ຽວພັດທະນາ. ການທ່ອງທ່ຽວພັດທະນາມີຄວາມໝາຍດຽວກັບເລື່ອງສ້າງວຽກເຮັດງານທຳໃຫ້ສັງຄົມຕື່ມອີກ, ຫຼຸດຜ່ອນສະພາບອຶດຫີວທຸກຍາກຢູ່ບັນດາສະຖານທີ່ທ່ອງທ່ຽວ.
“ໂຄງການພັດທະນາກຳລັງຄວາມສາມາດທ່ອງທ່ຽວມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໄດ້ສ້າງເປັນພື້ນຖານສຳຄັນທີ່ສຸດ, ນັງທັງດ້ານຄວາມຮູ້, ທິດສະດີ ແລະ ບົດຮຽນພຶດຕິກຳຕົວຈິງ ເພື່ອໃຫ້ພວກເຮົາກະກຽມໃຫ້ໄລຍະພັດທະນາການທ່ອງທ່ຽວຫວຽດນາມຢ່າງໄວ. ປະຈຸບັນ, ການພັດທະນາການທ່ອງທ່ຽວແບບຍືນຍົງ, ທ່ອງທ່ຽວມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມທັງເປັນຈຸດໝາຍ ແລະ ມາດຕະການສຳຄັນທີ່ສຸດ ເພື່ອໃຫ້ການທ່ອງທ່ຽວສາມາດພັດທະນາບຸກທະລຸ, ແຕ່ຍັງຄົງຮັບປະກັນລັກສະນະໝັ້ນຄົງໄດ້ “.