ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງຟູ໋ອຽນ
(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ເຮັດວຽກກັບ ການນຳຫຼັກແຫຼ່ງຂອງແຂວງຟູ໋ອຽນ)
(vovworld)- ໂດຍສືບຕໍ່ປະຕິບັດງານ ຢູ່ບັນດາແຂວງແຄມທະເລຕອນໃຕ້ພາກກາງ, ຕອນເຊົ້າວັນທີ 28/8, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ມີການເຮັດວຽກກັບ ການນຳຫຼັກແຫຼ່ງຂອງແຂວງຟູ໋ອຽນ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ການທີ່ຟູ໊ອຽນ ໄດ້ມີຄວາມມານະພະຍາມຫຼາຍຢ່າງໃນການຄົ້ນຄວ້າ, ປ່ຽນໃໝ່ວິທີຄຸ້ມຄອງ, ການບໍລິຫານ ແລະ ກໍ່ສ້າງທິດທາງໃໝ່, ທີ່ມີປະສິດທິຜົນກວ່າ. ໃນສະພາບການປະເທດຊາດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ເປັນຕົ້ນແມ່ນກ່ຽວກັບດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ສະເໜີ ຟູ໊ອຽນເປັນເຈົ້າການເຊື່ອມໂຍງເສດຖະກິດຕະຫຼາດກວ່າອີກ; ເສີມຂະຫຍາຍ ແລະ ຍູ້ແຮງທິດນຳ: ສະໜິດຕິດພັນ, ມີນ້ຳໃຈ, ມີຄວາມຮັບຜິດຊອບ, ສຸດຈະລິດ, ມີລະບຽບວິໄນ; ສືບຕໍ່ມຸ່ງເຖິງປະຊາຊົນ, ວິສາຫະກິດ ເພື່ອຍົກສູງຄຸນນະພາບການບໍລິການ. ຊີ້ນຳໜ້າທີ່ມາດຕະການເສດຖະກິດ-ສັງຄົມ ຂອງຟູ໊ອຽນ, ທ່ານນາຍົກລັດຖະມົນຕີ ສະເໜີ ແຂວງປະຕິບັດວຽກງານວາງແຜນກຳນົດເປັນຢ່າງດີ, ໃນການຮຽກຮ້ອງການລົງທຶນ, ແຂວງຟູ໊ອຽນເອົາໃຈໃສ່ ປະຕິບັດຂອດກວດກາ ຕີລາຄາ ຜົນກະທົບເຖິງສິ່ງແວດລ້ອມເປັນຢ່າງດີ, ປົກປັກຮັກສາສະພາບແວດລ້ອມແຫ່ງການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນບັນດາໂຄງການແຄມທະເລ, ໃກ້ຊຸມຊົນ, ໂຄງການພັດທະນາອຸດສາຫະກຳ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີແນະ ແຂວງຟູ໊ອຽນຍູ້ແຮງການລ້ຽງງົວ, ລ້ຽງກຸ້ງມັງກອນ, ຂຸດຄົ້ນປາທູນາ ເປັນບັນດາທ່າແຮງ ຂອງແຂວງ; ພ້ອມທັງເອົາໃຈໃສ່ພັດທະນາ ແລະ ຮັກສາປ່າທຳມະຊາດ. ທ່ານ ນາຍົກລັດຖະມົນຕີ ໃສ່ໃຈທ້ອງຖິ່ນຕ້ອງປະຕິບັດ ການສ້າງເຄື່ອງໝາຍການຄ້າເປັນຢ່າງດີ, ປັບປຸງລະບອບໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ.