ພັດທະນາການພົວພັນ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ

ພັດທະນາການພົວພັນ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ - ảnh 1

ປີ 2013 ຫວຽດນາມ ​ແລະ ຍີ່ປຸ່ນ ຈະ​ສະ​ເຫຼີ​ມສະຫຼອງ

 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ

(ພາບ:varans.vn)

(vovworld) – ​ປີ 2013, ຫວຽດນາມ ​ແລະ ຍີ່ປຸ່ນ ຈະ​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ (21/9/1973-21/9/2013). ປະຈຸ​ບັນ, ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມມື​ຍຸດ​ທະ​ສາດ​ຂອງ​ກັນ. ຕອບ​ສຳພາດ​ນັກ​ຂ່າວ​ໃນ​ໂອກາດ​ກ້າວ​ເຂົ້າສູ່​ປີ 2013, ທ່ານ Yasuaki Tanizaki ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ ​ເນັ້ນໜັກ​ວ່າ: ນັບ​ແຕ່​ສອງ​ປະ​ເທດ​ໄດ້ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ມິດຕະພາບ​ລະຫວ່າງຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ຍົກ​ສູງ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ. ທ່ານເອກ​ອັກຄະ​ລັດຖະທູດ ​Yasuaki Tanizaki ​ໃຫ້​ຮູ້​ວ່າ: ​ໃນ​ປີ 2013,​​ ຫວຽດນາມ ​ແລະ ຍີ່ປຸ່ນ ມີ​ແຜນການ​ຈັດຕັ້ງ​ເຫດການ​ຈຳນວນ​ໜຶ່ງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ ຊື່​ງສຸມ​ໃສ່​ເປົ້າໝາຍ​ແມ່ນ​ລຸ້ນໜຸ່ມ​ດ້ວຍ​ຄວາມ​ປາດ​ຖະໜາ​ຢາກໃຫ້ລຸ້ນໜຸ່ມ​ມີ​ຄວາມ​​ເຂົ້າ​ໃຈ​ກ່ວາ​ອີກ ​ແລະ ຈະສືບ​ທອດ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ