ພັດທະນາມະຫາວິທະຍາໄລເສດຖະກິດແຫ່ງຊາດກາຍເປັນມະຫາວິທະຍາໄລກຳນົດທິດຄົ້ນຄວ້າ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
(vovworld) – “ພັດທະນາມະຫາວິທະຍາໄລເສດຖະກິດແຫ່ງຊາດ ກາຍເປັນມະຫາວິທະຍາໄລກຳນົດທິດຄົ້ນຄວ້າ” ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລເສດຖະກິດແຫ່ງຊາດ (1956 - 2016) ຖືກດຳເນີນໃນຕອນເຊົ້າວັນທີ 12/11 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ໃນສະພາວະເຊື່ອມໂຍງເຂົ້າກັບສາກົນຢ່າງເລິດເຊິ່ງກ້ວາງຂວາງ ພວມເປີດບັນດາກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງ, ຫວຽດນາມ ຄວນມີບັນດາບຸກທະລຸ ເພື່ອຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ. ທ່ານນາຍົກລັດຖະມົນຕີສະເໜີວ່າ: ການພັດທະນາມະຫາວິທະຍາໄລເສດຖະກິດແຫ່ງຊາດແມ່ນໜຶ່ງໃນບັນດາຫົວໜ່ວຍແຖວໜ້າ ແລະ ປະກອບສ່ວນສ້າງລະບົບຊີວະພາບດຳເນີນອາຊີບ ແລະ ສ້າງປະເທດດຳເນີນອາຊີບຢ່າງແທດຈິງ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ໂຮງຮຽນຈະສ້າງ ແລະ ປະຕິບັດແຜນຮ່າງຍົກສູງຄຸນນະພາບຖັນແຖວຄູອາຈານ, ພະນັກງານຄຸ້ມຄອງ, ດຶງດູດຄູສອນ, ນັກວິທະຍາສາດຕ່າງປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມາເຮັດວຽກຢູ່ມະຫາວິທະຍາໄລ; ເບິ່ງແຍງດູແລ ຊີວິດການເປັນຢູ່ທຸກດ້ານໃຫ້ຖັນແຖວພະນັກງານ, ຄູສອນ; ເອົາໃຈໃສ່ລົງທຶນດ້ານພື້ນຖານວັດຖຸໃຫ້ໂຮງຮຽນ, ສ້າງສະພາບແວດລ້ອມ ແລະ ບໍລິເວນຄົ້ນຄວ້າວິທະຍາສາດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ: ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຍົກສຸງຄຸນນະພາບວີຊາການຢ່າງບໍ່ຢຸດຢັ້ງ; ປ່ຽນໃໝ່ປະດິດສ້າງ; ສາມັກຄີ, ສູ້ຊົນກໍ່ສ້າງ, ພັດທະນາໂຮງຮຽນໃຫ້ກາຍເປັນມະຫາວິທະຍາໄລກຳນົດທິດຄົ້ນຄວ້າ, ມະຫາວິທະຍາໄລຫລາຍຂະແໜງມີອິດທິພົນຊື່ສຽງໃນພາກພື້ນ ແລະ ສາກົນກ່ຽວກັບຂົງເຂດເສດຖະກິດ, ບໍລິຫານທຸລະກິດຄືຈຸດໝາຍທີ່ໄດ້ວາງອອກ.