ພັດທະນາເສດຖະກິດ, ສັງຄົມ; ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ

(VOVWORLD) - ວັນທີ 01 ພະຈິກ, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບແຜນຮ່າງສັງລວມໃນການພັດທະນາເສດຖະກິດສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງືຶ່ອນໄຂຫຍຸ້ງຍາກເປັນພິເສດ.
ພັດທະນາເສດຖະກິດ, ສັງຄົມ; ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ - ảnh 1 ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ (ພາບ: quochoi.vn)

        ປະກອບຄຳເຫັນໃສ່ແຜນຮ່າງສັງລວມໃນການພັດທະນາເສດຖະກິດ - ສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂຫຍຸ້ງຍາກເປັນພິເສດ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ການຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າໃນຊຸມປີຜ່ານມາບັນລຸໄດ້ບັນດາຜົນງານສຳຄັນ, ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງພໍ່ແມ່ປະຊາຊົນໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ. ຍ້ອນເຫດນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ສະພາແຫ່ງຊາດຮັບຮອງເອົາແຜນຮ່າງພັດທະນາສັງຄົມຢູ່ເຂດທີ່ມີຄວາມຫຍຸ້ງຍາກເປັນພິເສດ. ໃນນັ້ນ, ຈຸດໃໝ່ຂອງແຜນຮ່າງແມ່ນສະພາແຫ່ງຊາດປະກາດໃຊ້ນະໂຍບາຍ ແລະ ຫລັງຈາກນັ້ນ ຈັດແບ່ງແຫຼ່ງກຳລັງເພື່ອຮັບປະກັນໃຫ້ແຜນຮ່າງມີການເຄື່ອນໄຫວຢ່າງມີປະສິດທິຜົນ. ທ່ານ ຫງວຽນເຟື໊ອກລົກ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ຍົກອອກຄຳເຫັນວ່າ:

        “ຖ້າສະພາແຫ່ງຊາດໃຫ້ສັດຕະຍາບັນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບແຜນຮ່າງສັງລວມໃນການພັດທະນາເສດຖະກິດສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂຫຍຸ້ງຍາກເປັນພິເສດນັ້ນ ຈະຮັບປະກັນຄວາມສະເໝີຕົ້ນສະເໝີປາຍກ່ຽວກັບທັດສະນະຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບວຽກງານຊົນເຜົ່າໄດ້.

        ບັນດາສະມາຊິກສະພາແຫ່ງຊາດກໍ່ຖືວ່າ: ລັດ, ລັດຖະບານຄວນເອົາໃຈໃສ່ສຸມໃສ່ແກ້ໄຂບັນດາບັນຫາຄວາມຫຍຸ້ງຍາກ, ຄັບຂັນທີ່ສຸດໃນປັດຈຸບັນຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ປະກາດໃຊ້ນະໂຍບາຍຕ້ອງໄປຄຽງຄູ່ກັບແຫຼ່ງກຳລັງປະຕິບັດ. ມີການປະຕິບັດຄືແນວໃດຈຶ່ງຈະພ້ອມກັບບັນດາແຫຼ່ງກຳລັງຂອງລັດ, ສັງຄົມລົງທຶນ, ຕ້ອງປຸກລະດົມລັກສະນະເປັນເຈົ້າຕົນເອງ, ຖືປະຊາຊົນເປັນໃຈກາງໄດ້ນັ້ນ ແຜນຮ່າງຈຶ່ງບັນລຸປະສິດທິຜົນໄດ້ຢ່າງແທ້ຈິງ ແລະ ໄດ້ຮັບໝາກຜົນຄືດັ່ງຄວາມຫວັງ.

ຕອບກັບ

ຂ່າວ/ບົດ​ອື່ນ