ກອງປະຊຸມມາດຕະການແກ້ໄຂການພັດທະນາແບບຍືນຍົງຂະແໜງ
ຜະລິດເຂົ້າສານເປັນສິນຄ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
(ພາບ: VGP)
(vovworld) - ຕອນເຊົ້າວັນທີ 15/03, ທີ່ນະຄອນ ລອງຊວຽນ ແຂວງ ອານຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມມາດຕະການແກ້ໄຂການພັດທະນາແບບຍືນຍົງຂະແໜງຜະລິດເຂົ້າສານເປັນສິນຄ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກອງປະຊຸມ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ແຂວງ ອານຢາງ ສົມທົບກັນຈັດຕັ້ງ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂ ຍົກສູງປະສິດທິຜົນແຫ່ງການຜະລິດ ແລະ ພັດທະນາແບບຍືນຍົງຂອງຂະແໜງຜະລິດເຂົ້າສານເປັນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ບັນດານັກວິທະຍາສາດ, ນັກຄຸ້ມຄອງ, ບັນດາວິສາຫະກິດປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ ພັດທະນາແບບຍືນຍົງຂະແໜງຜະລິດເຂົ້າສານເປັນສິນຄ້າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ
“ພວກເຮົາສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ ພັດທະນາແບບຍືນຍົງ. ກະສິກຳ ຫວຽດນາມ ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ. ປ່ຽນໃໝ່ຈິນຕະນາການປະລິມານການຜະລິດຂອງປີໜ້າສູງກ່ວາປີກ່ອນ ແຕ່ມູນຄ່າ, ປະສິດທິຜົນຕ່ຳ, ບໍ່ມີເຄື່ອງໝາຍການຄ້າ. ຈິດໃຈແມ່ນບັນຫາເຄື່ອງໝາຍການຄ້າ, ຄຸນມະພາບ. ສຸຂະອະນາໄມດ້ານສະບຽງອາຫານ”.
ທ່ານນາຍົກລັດຖະມົນຕີຊົມເຊີຍກະຊວງອຸດສາຫະກຳ-ການຄ້າ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດປະລະແຜນກຳນົດບັນດາວິສາຫະກິດເອກະຊົນເຂົ້າຮ່ວມການສົ່ງອອກເຂົ້າສານ. ຄຽງຂ້າງນັ້ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເຈາະຈີ້ມສ້າງແຫຼ່ງທຶນໄລຍະກາງ, ໄລຍະຍາວ ດ້ວຍອັດຕາດອກເບ້ຍບຸລິມະສິດໃຫ້ນັກຜະລິດ, ປຸງແຕ່ງເຂົ້າສານເພື່ອສົ່ງອອກ.