ພິທີຊຸມນຸມມິດຕິງຕອບສະໜອງວັນປະຊາກອນໂລກ 11/7
ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ກ່າວຄຳເຫັນທີ່ພິທີ |
(vovworld)- ພິທີຊຸມນຸມມິດຕິງດ້ວຍຫົວຂໍ້ “ ໜູນຊ່ວຍການເບິ່ງແຍງສຸຂະພາບຈະເລີນພັນ ແລະ ວາງແຜນຄອບຄົວໃຫ້ແກ່ປະຊາຊົນຜູ້ມີຄວາມສຽງໄພ ຫຼາຍກວ່າຍ້ອນໄພທຳມະຊາດ” ໂດຍກະຊວງສາທາລະນະສຸກ ແລະ ກອງທຶນປະຊາກອນ ສ.ປ.ຊ ປະຈຳຫວຽດນາມ ຈັດຂຶ້ນໃນວັນທີ 10/7 ຢູ່ຮ່າໂນ້ຍຊຶ່ງມີການເຂົ້າຮ່ວມຂອງທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ. ຢູ່ຫວຽດນາມ, ມາດຕະການແກ້ໄຂທີ່ສຳຄັນເພື່ອປະຕິບັດວຽກງານປະຊາກອນ-ວາງແຜນຄອບຄົວ ແມ່ນການໂຄສະນາຂົນຂວາຍ ແລະ ສະໜອງການບໍລິການເບິ່ງແຍງສຸຂະພາບຈະເລີນພັນໃຫ້ແກ່ປະຊາຊົນ. ແຕ່ບັນຫາປະຊາກອນ ແລະ ສຸຂະພາບຈະເລີນພັນຍັງແມ່ນສິ່ງທ້າທາຍທີ່ມີຕໍ່ຄວາມໝັ້ນຄົງຂອງປະເທດຊາດ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ຫງວຽນວຽດຕ້ຽນ ຖືວ່າ :
“ ຜ່ານພິທີຊຸມນຸມມິດຕິງວັນປະຊາກອນໂລກ 11/7ປີ 2015, ກະຊວງສາທາລະນະສຸກໄດ້ສະເໜີການນຳພັກ, ອຳນາດການປົກຄອງ, ທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງການເມືອງໃນທົ່ວປະເທດ ຈົ່ງຍົກສູງຄຸນນະພາບປະຊາກອນ. ສິ່ງທີ່ສຳຄັນ ແມ່ນສຸມໃສ່ເປົ້າໝາຍຮັບຄວາມສຽງສູງກວ່າໝູ່, ນັ້ນແມ່ນແມ່ຍິງໄວຈະເລີນພັນ, ຊາວໜຸ່ມເຍົາວະຊົນ ແລະ ເດັກເປົ້າໝາຍຮັບຄວາມສ່ຽງສູງກວ່າໝູ່ ”