ພິທີຕ້ອນຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດພິເສດວິຫານເຈີ່ນເທືອງ

ພິທີຕ້ອນຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດພິເສດວິຫານເຈີ່ນເທືອງ - ảnh 1
ພິທີຕ້ອນຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດພິເສດ
ວິຫານເຈີ່ນເທືອງ
(ພາບ: TTXVN)

(vovworld) – ​ ຕອນ​ຄຳ່​ວັນ​ທີ 21/2 (ກົງ​ກັບ​ວັນ​ທີ 14 ​ເດືອນ​ຈຽງ), ຢູ່​ແຂວງ ຮ່າ​ນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​​ໃບ​ຢັ້ງຢືນ​ເຂດ​ປູຊະນີຍະສະຖານ​ແຫ່ງ​ຊາດ​ພິ​ເສດ​ວິຫານ ​ເຈີ່ນ​ເທືອງ, ຕາ​ແສງ ​ເຍີນດ້າວ, ​ເມືອງ ລີ໋​ເຍີນ ​ແລະ ພິທີ​ແຈກ​ຢາຍສະບຽງ​ອາ​ຫານ​ພະອໍລະຫັນ​ເຈີ່ນ, ພາວະນາ​ຂໍ​ໃຫ້​ລະດູ​ການ​ໄດ້​ຮັບ​ຜົນ​ດີ, ດີ​ນຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການຂັ້ນ​ສູນ​ກາງ, ການ​ນຳ​ແຂວງ ຮ່າ​ນາມ, ພໍ່​ແມ່​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ​ແຂ​ກທ່ອງ​ທ່ຽວ​ມາ​ຈາກ​ທຸກ​ແຖບ​ຖິ່ນ​​ໄດ້​ເຂົ້າ​ຮ່ວມ​ພິທີ. ພິທີ​ແຈກ​ຢາຍສະບຽບ​ອາ​ຫານ​ປີ​ນີ້​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 14 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ ຢູ່​ວິຫານ ​ເຈີ່ນ​ເທືອງ. ຄະນະ​ຈັດ​ຕັ້ງ​ໄດ້​ສົມທົບ​ກັບ​ຄະນະ​ຄຸ້ມ​ຄອງ​ວິຫານ​ແຈກ​ຢາຍສະບຽງ​ອາ​ຫານ 150.000 ຖົງ ຢູ່ສະຖານ​ທີ່ 33 ​ແຫ່ງ. ງານ​ບຸນ​ແຈກ​ຢາຍ​ສະບຽງ​ອາຫານ​ວິຫານ ​ເຈີ່ນ​ເທືອງ ​ໄດ້​ຮັບ​ການຈັດ​ຕັ້ງ​ເພື່ອ​ອາ​ໄລ​ຫາ​ເຖິງ​ຄຸນງາມຄວາມດີ​ຂອງ​ບັນດາ​ນັກ​ວິລະຊົນ​​ແຫ່ງຊາດ, ຮື​ງດ່າວ​ດ້າຍເວືອງ ​ເຈີ່ນ​ກວກ​ຕ໋ວນ. ພິທີ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວິຫານ​​ໃຫຍ່, ບ່ອນ​ທີ່​ ຮື​ງດ້າວ​ເວື​ອງ ​ເຈີ່ນກວກ​ຕ໋ວນ ​ເລືອກ​ເຟັ້ນ​ເປັນ​ສ້າງ​ເກັບ​ມ້ຽນ​ສະບຽງ​ອາຫານ, ​​ເພື່ອສະໜອງ​ສະບຽບອາຫານ​ໃຫ້​ກຳລັງ​ທະຫານ​ໃນ​ການ​ຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ ງວຽນ - ມົງ ​ໃນ​ສະຕະວັດ​ທີ 13.


ຂ່າວ/ບົດ​ອື່ນ