ພິທີຖວາຍພະເພີງ ພະບໍລົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດ ບໍຣົມນາດບໍພິດ

(VOVWORLD) - ວັນທີ 26 ຕຸລາ, ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ນຳໜ້າເຂົ້າຮ່ວມພິທີຖວາຍພະເພີງ ພະບໍລົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດ ບໍຣົມນາດບໍພິດ, ຣາຊະອານາຈັກໄທ 
ພິທີຖວາຍພະເພີງ ພະບໍລົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດ ບໍຣົມນາດບໍພິດ - ảnh 1 ພິທີຖວາຍພະເພີງ ພະບໍລົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດ ບໍຣົມນາດບໍພິດ

ທີ່ໄດ້ຈັດຕັ້ງຢູ່ ບາງກອກ ນະຄອນຫລວງຣາຊະອານາຈັກໄທ. ພິທີຖວາຍພະເພີງ ພະບໍລົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດ ບໍຣົມນາດບໍພິດ ເລີ່ມຕົ້ນຢ່າງເປັນທາງການແຕ່ 17 ໂມງ ວັນທີ 26 ຕຸລາ ພາຍໃຕ້ການເປັນເຈົ້າພາບຂອງ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ແລະ ພະບໍຣົມວົງສານຸວົງທຸກພະອົງ, ນາຍົກລັດຖະມົນຕີໄທ ປຣາຣຸດ ຈັນໂອຈາ ແລະ ບັນດາສະມາຊິກຄະນະລັດຖະບານ, ປະທານສະພານິຕິບັນຍັດແຫ່ງຊາດ ພອນເພັດ ວິຈິດຈົນໃຈ ພ້ອມດ້ວຍການນຳຫຼັກແຫຼ່ງຂອງບັນດາອົງການນິຕິບັນຍັດ ແລະ ຍຸຕິທຳໄທ ລ້ວນແຕ່ມີໜ້າເຂົ້າຮ່ວມພິທີ. ມີ 42 ປະເທດໄດ້ສົ່ງຜູ້ຕາງໜ້າມາເຂົ້າຮ່ວມພິທີຖວາຍພະເພີງ, ໃນນັ້ນ ມີການນຳຂັ້ນສູງຂອງ 26 ປະເທດເຂົ້າຮ່ວມພິທີ ລວມມີ: ປະທານປະເທດ ລາວ, ປະທານາທິບໍດີ ສິງກະໂປ, ນາຍົກລັດຖະມົນຕີ ກຳປູເຈຍ,…ຜູ້ຕາງໜ້າພະລາດຊະວັງຂອງ 16 ປະເທດໃນໂລກ. ປະຊາຊົນຊາວ ໄທ ຢູ່ທົ່ວທຸກຫົນແຫ່ງປະມານ 250.000 ຄົນກໍ່ມາເຕົ້າໂຮມຢູ່ສະໜາມຫລວງ ເຊິ່ງແມ່ນບ່ອນດຳເນີນພິທີຖວາຍພະເພີງ.

        ເຂົ້າຮ່ວມພິທີຖວາຍພະເພີງ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພ້ອມກັບການນຳບັນດາປະເທດໄດ້ວາງພວງມາລາ ສະແດງຄວາມເຄົາລົບນັບຖື ແລະ ຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດ ບໍຣົມນາດບໍພິດ.

        ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນ ອະດຸນຍະເດດ ບໍຣົມນາດບໍພິດ ຂຶ້ນຄອງຣາດດົນນານທີ່ສຸດໃນປະຫວັດສາດໄທ (70ປີ), ຊິ້ນພະຊົນໃນວັນທີ 13 ຕຸລາ 2016. ໄທ ໄວ້ທຸກພະບໍລົມມະສົບໃນຕະຫລອດ 1 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ