ພິທີປິດງານບຸນວັດທະນະທຳ - ການຄ້າຫວຽດນາມ - ຍີ່ປຸ່ນຢູ່ເກິ່ນເທີ

(VOVWORLD) -ຕອນຄ່ຳວັນທີ 4 ພະຈິກ, ທີ່ເກິ່ນເທີ, ໄດ້ດຳເນີນພິທີປິດງານບຸນວັດທະນະທຳ - ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 4/2018.

ພິທີປິດງານບຸນວັດທະນະທຳ - ການຄ້າຫວຽດນາມ - ຍີ່ປຸ່ນຢູ່ເກິ່ນເທີ - ảnh 1ງານບຸນວັດທະນະທຳ - ການຄ້າຫວຽດນາມ - ຍີ່ປຸ່ນຢູ່ເກິ່ນເທີ 

(ພາບ: TTXVN)

ໃນໄລຍະດຳເນີນງານບຸນເປັນເວລາ 3 ວັນ, ຄຽງຄູ່ກັບບັນດາການເຄື່ອນໄຫວທາງດ້ານການຄ້າ, ເຂດຫ້າງຮ້ານຂອງຍີ່ປຸ່ນ ກໍ່ແມ່ນບ່ອນແນະນຳໃຫ້ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຮູ້ເຖິງເອກະລັກສະເພາະໃນວັດທະນະທຳຂອງ ຍີ່ປຸ່ນ ຄື: ວາດຟ້ອນພື້ນເມືອງ yosakoi, ສິລະປະເຂົ້າໜົມຫວານ Wagashi, ແຂ່ງຂັນຕີມວຍ, ກາຍຍະກຳດ້ວຍອຸປະກອນ, ກາບກອນ  Haiku, ການແຕ້ມຕົວໜັງສື ແລະ ສິລະປະໃນການຈັດເຈ້ຍ Origami. ສ່ວນທາງຝ່າຍເຈົ້າພາບ, ບັນດາຫ້າງຮ້ານ ຫວຽດນາມ ກໍ່ໄດ້ແນະນຳຕໍ່ເພື່ອນມິດຍີ່ປຸ່ນຄືນ ກ່ຽວກັບບັນດາຮູບພາບທີ່ເຕັມໄປດ້ວຍສີສັນຊາດ, ທີ່ສ້າງຊື່ສຽງໃຫ້ແກ່ຊາວພາກໃຕ້ຄື: ການສະແດງ ຂັບເດີນກາທາຍຕື໋ ພາກໃຕ້, ວາງສະແດງບັນດາວັດຖຸພັນ, ເຄື່ອງດົນຕີ, ການປຸງແຕ່ງອາຫານພື້ນບ້ານ, ໂຄສະນາຮູບພາບການທ່ອງທ່ຽວເຂດແຄມແມ່ນ້ຳ ແລະ ມວຍ Vovinam ຂອງ ຫວຽດນາມ.

ໃນງານບຸນຍັງມີການດຳເນີນກອງປະຊຸມສຳມະນາວິທະຍາສາດສາກົນ ແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ, ທົ່ງພຽງແມ່ນ້ຳຂອງ - ນະຄອນ ເກິ່ນເທີ ປີ 2018 ແລະ ເວທີປາໄສຮ່ວມມືດຳເນີນທຸລະກິດ ຍີ່ປຸ່ນ - ຫວຽດນາມ.

ງານບຸນວັດທະນະທຳ - ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 4/2018 ໄດ້ດຶງດູດເອົາຫຼາຍກວ່າ 150 ວິສາຫະກິດ ຍີ່ປຸ່ນ ເຂົ້າຮ່ວມ, ໃນນັ້ນມີແຂກ 120 ຄົນທີ່ມາຈາກຍີ່ປຸ່ນ ໂດຍຖ້ຽວບິນໂດຍກົງຈາກສະໜາມບິນ ນາຣິຕະ (ຍີ່ປຸ່ນ) ເຖິງສະໜາມບິນສາກົນ ເກິ່ນເທີ.

ຕອບກັບ

ຂ່າວ/ບົດ​ອື່ນ