ພິທີມອບລາງວັນ ຄ້ອນຕີກ່ຽວຄຳ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 01 ກຸມພາ
(VOVWORLD) - ພິທີປະກາດ ແລະ ມອບລາງວັນ ຄ້ອນຕີກ່ຽວຄຳ ຄັ້ງທີ VIII ປີ 2023 ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນດ້ານການເມືອງ, ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 01 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 94 ປີ.
ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກຄອມມູນິດ ຫວຽດນາມ (ພາບ:dangcongsan.vn) |
ຕອນບ່າຍວັນທີ 03 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກຄອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການເສັງລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບວຽກງານກໍ່ສ້າງພັກ (ລາງວັນຄ້ອນຕີກ່ຽວຄໍາ) ຄັ້ງທີ VIII ປີ 2023, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ, ຄະນະຈັດຕັ້ງການເສັງລາງວັນດັ່ງກ່າວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ ໃຫ້ຮູ້ວ່າ: ພິທີປະກາດ ແລະ ມອບລາງວັນ ຄ້ອນຕີກ່ຽວຄຳ ຄັ້ງທີ VIII ປີ 2023 ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນດ້ານການເມືອງ, ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 01 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 94 ປີ (3/2/1930 - 3/2/2024).
ໃນກອງປະຊຸມ, ທ່ານ ໂງມິງຕວັນ ຫົວໜ້າບັນນາທິການ ວາລະສານກໍ່ສ້າງພັກ ໃຫ້ຮູ້ວ່າ ຈາກ 120 ຜົນງານທີ່ເຂົ້າຮ່ວມການເສັງ, ສະພາກຳມະການຈະຄັດຈ້ອນເອົາຜົນງານເຂົ້າຮອບໃຫ້ຄະແນນສຸດທ້າຍ, ຫຼັງຈາກນັ້ນ ສະພາກຳມະການຮອບສຸດທ້າຍຈະພິຈາລະນາ, ເຫັນດີເປັນເອກະພາບ ເພື່ອເລືອກເອົາບັນດາຜົນງານທີ່ມີຄຸນນະພາບດີທີ່ສຸດ.