ພິທີມອບຮັບເຂດປູຊະນີຍະສະຖານຄະນະປະຈຳສະພາແຫ່ງຊາດຢູ່ຕວຽນກວາງ
ເຂດປູຊະນີຍະສະຖານຄະນະປະຈຳສະພາແຫ່ງຊາດ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 15/08, ຫ້ອງວ່າການສະພາແຫ່ງຊາດ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ຈັດຕັ້ງພິທີມອບຮັບເຂດປູຊະນີຍະສະຖານຄະນະປະຈຳສະພາແຫ່ງຊາດຢູ່ຕາແສງ ຈຸງອຽນ, ເມືອງ ເຊີນເຢືອງ, ແຂວງຕວຽນກວາງ. ເຂດປູຊະນີຍະສະຖານຄະນະປະຈຳສະພາແຫ່ງຊາດ ເລີ່ມລົງມືກໍ່ສ້າງແຕ່ປີ 2006 ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນເລືອກທົ່ວປະເທດຄັ້ງທຳອິດ ເລືອກຕັ້ງສະພາແຫ່ງຊາດຫວຽດນາມ (06/01/1946 – 06/01/2006). ເຂດປູຊະນີຍະສະຖານຄະນະປະຈຳສະພາແຫ່ງຊາດມີເນື້ອທີ່ກວ້າງ 2000 ຕາແມດ, ລວມມີ “ເຮືອນແຜ່ນສີລາ”, “ເຂດອະນຸສອນສະຖານຄະນະປະຈຳສະພາແຫ່ງຊາດ”.
ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີໃຫ້ແຂວງ ຕວຽນກວາງ ສືບຕໍ່ຮັກສາ, ເກັບກຳບັນດາເຄື່ອງວັດຖຸອຸປະກອບ ເພື່ອເພີ່ມເຕີມ ແລະ ເຮັດໃຫ້ແຫຼ່ງຂໍ້ມູນຂອງເຂດປູຊະນີຍະສະຖານອຸດົມສົມບູນຂຶ້ນຕື່ມ. ແຂວງຕວຽນກວາງ ຕ້ອງນຳເຂດປູຊະນີຍະສະຖານຄະນະປະຈຳສະພາແຫ່ງຊາດ ເຂົ້າຮັບໃຊ້ປະຊາຊົນໂດຍໄວ, ເພື່ອໃຫ້ປະຊາຊົນທຸກຄົນເຂົ້າຢ້ຽມ, ຊອກຮູ້ກ່ຽວກັບສະພາແຫ່ງຊາດຫວຽດນາມ.