ແຂ່ງຂັນເຕະບານມິດຕະພາບ
(ພາບ:vovgiaothong.vn)
( vovworld ) – ວັນທີ 7/9, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດພິທີລະນຶກ 67 ປີແຫ່ງວັນສ້າງຕັ້ງ (7/9/1945-7/9/2012). ໃນເວລາ 11 ໂມງ 30 ນາທີຂອງວັນທີ 7/9/1945, ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດລາຍການທຳອິດດ້ວຍເນື້ອໃນສຳຄັນຄື: ເນື້ອໃນທັງໝົດຂອງບົດຖະແຫຼງປະກາດເອກະລາດໂດຍປະທານໂຮ່ຈິມິນ ອ່ານທີ່ສະໜາມຫຼວງ Ba Dinh ເມື່ອວັນທີ 2/9 ຊື່ງໄດ້ເປັນຂີດໝາຍແຫ່ງການສ້າງຕັ້ງຂະແໜງກະຈາຍສຽງຫວຽດນາມ. ໃນ 67 ປີຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ແມ່ນພາຫະນະສື່ມວນຊົນອັນດັບ 1 ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ຕິດພັນກັບປະຫວັດແຫ່ງການປະຕິວັດອັນສະຫງ່າອົງອາດຂອງຊາດ. ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ວິທະຍຸກະຈາຍສຽງຫວຽດນາມ ໄດ້ເປັນເຈົ້າການໃນການປ່ຽນໃໝ່, ໃຫ້ຂ່າວຢ່າງທັນການ, ວ່ອງໄວ, ມີຫຼາຍຮູບຫຼາຍສີ, ຫຼາຍທິດ, ເພີ່ມລັກສະນະສູ້ຮົບ, ຄົນພົບ ແລະ ກຳນົດທິດ, ຕອບສະໜອງຄວາມຕ້ອງການຂອງຜູ້ຟັງ. ເນື່ອງໃນໂອກາດນີ້, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດການເຄື່ອນໄຫວຕ່າງໆຄື: ການແຂ່ງຂັນເຕະບານມິດຕະພາບ, ແຂ່ງຂັນຕີປິງປອງ VOV ຄັ້ງທີ 2, ການພົບປະແລກປ່ຽນສິລະປະ “ເຈື່ອງຊາ-ເກາະທະເລຂອງບ້ານເກີດເມືອງນອນ“, ມອບລາງວັນການປະກວດຮ້ອງເພງດ້ວຍພາສາຝະລັ່ງໃນຄື້ນ VOV5…. ກ່າວຄຳເຫັນທີ່ພິທີມອບລາງວັນການໃນປະກວດຮ້ອງເພງດ້ວຍພາສາຝະລັ່ງໃນຄື້ນ VOV5 ຄັ້ງທີ 2-2012, ທ່ານນາງ Doan Thi Trung ຜູ້ອຳນວຍການລະບົບກະຈາຍສຽງພາສາຕ່າງປະເທດ ໃຫ້ຮູ້ວ່າ:
“ປີນີ້, ຈຳນວນຜູ້ເຂົ້າຮ່ວມຫຼາຍທີ່ສຸດຍ້ອນພວກເຮົາໄດ້ອອກຂ່າວປະກາດກ່ຽວກັບການປະກວດໃນເວັບໄຊຂອງລະບົບກະຈາຍສຽງພາສາຕ່າງປະເທດ. ສິ່ງທີ່ໃໝ່ອຽມໃນປີນີ້ ນັ້ນແມ່ນ ພາຍຫຼັງຜູ້ເຂົ້າຮ່ວມຝາກບົດເພງມາ, ພວກຂ້າພະເຈົ້າກໍ່ລ້ວນແຕ່ນຳເຂົ້າເວັບໄຊ ແລ້ວໄດ້ຮັບການຕອບກັບ. ຜ່ານເວັບໄຊ, ຜູ້ຟັງຕ່າງປະເທດໄດ້ຮັບຟັງ ແລະ ຍ້ອງຍໍງານປະກວດຂອງພວກຂ້າພະເຈົ້າຫຼາຍ“