ພິທີສົບຂອງ ອະດີດປະນາທານິບໍດີ ເວເນຊູເອລາ Hugo Chavez

ພິທີສົບຂອງ ອະດີດປະນາທານິບໍດີ ເວເນຊູເອລາ Hugo Chavez - ảnh 1
ພິທີ​ສົບ​ຂອງ​ຂອງ​ອະດີດ​ປະ​ນາ​ທາ​ນິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez
(ພາບ: AFP)

Vovworld- ວັນ​ທີ 8/3 , ພິທີ​ສົບ​ຂອງ​ຂອງ​ອະດີດ​ປະ​ນາ​ທາ​ນິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez ​ໄດ້​ຖືກ​ຈັດ​ຂຶ້ນຢ່າງສົມກຽດໃນທ່າມກາງບັນຍາກາດແຫ່ງຄວາມ ເສົ້າສະ​ລົດ​ໃຈ ​ແລະ ອາ​ໄລ​ອາວ​ອນຢ່າງ​ລົ້ນ​ເຫຼືອ​ຂອງ​ປະຊາຊົນ​ປະ​ເທດ​ນີ້ ​ແລະ ປະຊາຊົນ​ບັນດາປະ​ເທດ​ເພື່ອນ​ມິດ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ທົ່ວ​​ໂລກປະ​ມານ ນັບ​ລ້ານ​ຄົນ, ​ເຂົ້າ​ຮ່ວມ​ພິທີ​ສົບ, ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດປະມານ 30 ທ່ານ​​ຂອງ​ປະ​ເທດ​ຕ່າງໆໃນ​ທົ່ວ​ໂລກ. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ກໍ​ໄດ້​ເຂົ້າ​ຮ່ວມພິທີ​ສົບດັ່ງກ່າວ. ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ສົ່ງ​ຄຳ​ແບ່ງປັນ​ຄວາມ​ເສົ້າ​ສະ​ລົດ​ໃຈ​ຂອງ​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ​ມາ​ຍັງ​ຍາດ​ພີ​ນ້ອງ​ຂອງ ອະດີດ​ປະ​ນາ​ທາ​ນິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez​ ແລະ ການ​ນຳ​ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນເວ​ເນ​ຊູ​ເອລາ.   ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຮອງ​ປະທານາທິບໍດີ ເວ​ເນ​ຊູ​ເອລາ ຢືນຢັນ​ວ່າ ອະດີດ​ປະ​ນາ​ທາ​ນິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez ຈະ​ມີ​ຊີວິດ​ຍືນ​ຍົງ​ຄົງ​ຕົວ ​​ໃນການ​ຕໍ່ສູ້​ຂອງ​ປະຊາຊົນ​ຂອງ​ປະຊາຊົນ ເວ​ເນ​ຊູ​ເອລາຕະຫຼອດ​ໄປ. ພາຍຫຼັງ ພິທີ​, ສົບ​ຂອງອະດີດ​ປະ​ນາ​ທາ​ນິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez ຈະ​ໄດ້​ຮັບ​ການ​ຮັກສາ​​ແບບ​ຖາວອນຢູ່​ຫໍພິພິຕະ​ພັນປະຕິວັດ​ທີ່​ນະຄອນຫຼວງ ກາຣາກາສ ​ເພື່ອ​ໃຫ້​ປະຊາ​ຊົນ ເວ​ເນ​ຊູ​ເອລາ ​ແລະ ​ເພື່ອນ​ມິດສາ​ກົນ​ເຂົ້າ​ໄຫວ້​ອາ​ໄລ.

ຂ່າວ/ບົດ​ອື່ນ