ພິ​ທີ​ສວດ​ມົນ​ພາ​ວະ​ນາ ຢູ່​ລາ​ວ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ເກາະ​ງາກ​ມາ

(VOVWORLD) -ຕອນບ່າຍວັນທີ 14 ມີນາ, ຢູ່ວັດເຟິກຕິກ ທີ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີສວດມົນພາວະນາ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບ 64 ຄົນ ໄດ້ເສຍສະຫຼະຊີວິດໃນບັ້ນຕໍ່ສູ້ປົກປັກຮັກສາເກາະງາກມາຢ່າງອົງອາດຫາກ້ານ ໃນປີ 1988.
ພິ​ທີ​ສວດ​ມົນ​ພາ​ວະ​ນາ ຢູ່​ລາ​ວ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ເກາະ​ງາກ​ມາ - ảnh 1ພິທີສວດມົນພາວະນາ ຢູ່ລາວ ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ເກາະງາກມາ (ພາບ: TTXVN)

ທີ່ພິທີ, ພະມະຫາອາຈານ ທິກມິງກວາງ, ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈຳລາວ, ເຈົ້າອາວາດວັດເຟິກຕິກ ນະຄອນຫຼວງວຽງຈັນ ໄດ້ຍົກອອກບັນດາການຜັນແປຫຼັກຂອງເຫດການ ງາກມາ ໃນວັນທີ 14 ມີນາ ປີ 1988, ພ້ອມທັງເນັ້ນໜັກເຖິງຄວາມໝາຍຂອງການຈັດພິທີສວດມົນພາວະນາອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ພໍ່ແມ່ປະຊາຊົນທີ່ເສຍຊີວິດເພື່ອພາລະກິດແຫ່ງການປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງ ຫວຽດນາມ ຢູ່ທະເລຕາເວັນອອກ, ພິເສດແມ່ນນັກຮົບ 64 ຄົນທີ່ເສຍສະຫຼະຊີວິດຢ່າງອົງອາດກ້າຫານຢູ່ເກາະງາກມາ, ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ ກ່ອນນີ້ 34 ປີ.

ພະມະຫາອາຈານ ຈິກມິງກວາງ ໄດ້ຮຽກຮ້ອງໃຫ້ຄົນລຸ້ນໜຸ່ມຈົ່ງເສີມຂະຫຍາຍມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍໃນການປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນລວມມີ: ເຂດດິນຕໍ່ແຜ່ນ, ເຂດນ່ານຟ້າ, ເຂດທະເລ, ໝູ່ເກາະ, ໄຫຼ່ທະວີບທີ່ສັກກະລະບູຊາຂອງປະເທດຊາດ, ເພື່ອຊົນຊາດຫວຽດນາມຍືນຍົງຄົງຕົວຊົ່ວກາລະນານ, ພະມະຫາອາຈານ ກໍ່ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ບັນດາພດທະສາສະນິກກະຊົນ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ແມ່ ເຊິ່ງໄດ້ອຸທິດສ່ວນຕົນໃຫ້ແກ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ