ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ
ຫວຽດນາມ ຮ່າກີມງອກ
(ພາບ: TTXVN)
(vovworld) - ຕອນຄ່ຳວັນທີ 17/03, ຢູ່ຮ່າໂນ້ຍ ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບອົງການຝະຣັ່ງໂກໂຟນີສາກົນ (OIF) ຈັດຕັ້ງພິທີສະເຫຼີມສະຫຼອງວັນສາກົນໃຊ້ພາສາຝະຣັ່ງ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກີມງອກ ຕີລາຄາສູງບັນດາຜົນງານເຊິ່ງປະຊາຄົມໃຊ້ພາສາຝະຣັ່ງບັນລຸໄດ້ໃນຂົງເຂດຮ່ວມມື ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມໃຊ້ພາສາຝະຣັ່ງ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກທັງດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການພັດທະນາ. ທ່ານຮອງລັດຖະມົນຕີ ຮ່າກີມງອກ ຢືນຢັນວ່າ
“ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະກອບສ່ວນເຂົ້າໃນການປັບປຸງນ້ຳໃຈສາມັກຄີ ແລະ ການຮ່ວມມືໃນປະຊາຄົມໃຊ້ພາສາຝະຣັ່ງ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງໃນໂລກ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ການພັດທະນາຢ່າງແຮງຂອງປະຊາຄົມໃຊ້ພາສາຝະຣັ່ງຢູ່ ອາຊີ - ແຊີຟິກ”.
ສ່ວນທ່ານ Eric Normand Thibeault ຜູ້ຕາງໜ້າພາກພື້ນ ອາຊີ - ປາຊີຟິກຂອງອົງການຝະຣັ່ງໂກໂຟນີສາກົນ ຢືນຢັນວ່າ ອົງການຝະຣັ່ງໂກໂຟນີສາກົນຕີລາຄາສູງບົດບາດຂອງ ຫວຽດນາມ ໃນປະຊາຄົມໃຊ້ພາສາຝະຣັ່ງ. ທ່ານ Eric Normand Thibeault ຖືເປັນສຳຄັນບັນດາໂຄງການຮ່ວມມືກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດສອນພາສາຝະຣັ່ງດ້ວຍພາສາຝະຣັ່ງ, ຊຸກຍູ້ວັດທະນະທຳຫລາຍຮູບຫລາຍແບບ, ກະກຽມໃຫ້ການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.