(ພາບ:vtvdanang)
(vovworld)- ຕອນເຊົ້າວັນທີ 19/8, ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຕນດຶກທັງ (20/8/1888-20/8/2013). ປະທານ ໂຕນດຶກທັງ ແມ່ນແບບຢ່າງທີ່ດີເດັ່ນກ່ຽວກັບຄຸນສົມບັດການປະຕິວັດ, ມີຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງໃນການອອກແຮງງານເພື່ອໃຫ້ລຸ່ນຕ່າງໆຮ່ຳຮຽນ ແລະ ປະຕິບັດຕາມ. ນະຄອນໂຮ່ຈິມິນ ມີຄວາມເປັນກຽດ ແລະ ເອກອ້າງທະນົງໃຈ ແມ່ນແຫ່ງສ້າງຕັ້ງສະມາຄົມທຳອິດຂອງຊົນຊັ້ນກຳມະກອນໂດຍທ່ານປະທານ ໂຕນດຶກທັງ ເປັນຜູ້ກໍ່ຕັ້ງຂຶ້ນ. ເພື່ອສົມກັບຜູ້ເປັນອາຈານ, ນາຍຊ່າງຜູ້ໃຫ່ຍ ໂຕນດຶກທັງ ກຳມະກອນຊາວຜູ້ອອກແຮງງານນະຄອນໂຮ່ຈິມິນ ມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ຍົກສູງສີມືການຊ່າງ ແລະ ຄຸນນະທາດການປະຕິວັດ, ປະກອບສ່ວນເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.ໃນສູນທອນພົດອ່ານທີ່ພິທີ, ທ່ານເລຮ່ວາງກວນ ກຳມະການສູນກາງພັກ, ປະທານຄະນະກຳມະການ ປຊຊ ນະຄອນໂຮ່ຈິມິນ ຢືນຢັນວ່າ:
“ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານປະທານໂຕນດຶກທັງ ຢ່າງແທດຈິງທີ່ສຸດ, ພວກເຮົາແຕ່ລະຄົນຈົ່ງຮຳ່ຮຽນຄຸນສົມບັດການປະວິວັດ, ແບບແຜນການດຳລົງຊີວິດປະຢັດມັດທະຍັດ, ເຫັນແກ່ສ່ວນລວມຂອງທ່ານປະທານໂຕນດຶກທັງ. ຮ່ຳຮຽນຕາມແບບຢ່າງຂອງທ່ານປະທານໂຕນດຶກທັງ ພວກເຮົາຕ້ອງສຸດຈິດສຸດໃຈຕໍ່ວຽກງານໂດຍພັກ ແລະ ປຊຊ ມອບໝາຍໃຫ້, ປະກອບສ່ວນຈົນສຸດຄວາມສາມາດເຂົ້າໃນພາລະກິດປ່ຽນແປງໃໝ່, ສົມກັບນາມະຍົດນະຄອນວິລະຊົນ“