(vovworld) - ພິທີສະເຫຼີມສະຫຼອງ 225 ປີ ແຫ່ງວັນໄຊຊະນະ ງອກໂຮ່ຍ - ດົງດາ (1789-2014) ຖືກຈັດຕັ້ງໃນວັນທີ 4/2 ຢູ່ສວນສາທາລະ ນະວັດທະນະທຳດົງດາ, ທີ່ເມືອງດົງດາ, ຮ່າໂນ້ຍ. ນີ້ແມ່ນພິທີ ທີ່ມີຂະໜາດໃຫຍ່ ເພື່ອເຊີດຊູນຳ້ໃຈຮັກຊາດ, ມູນເຊື້ອສາມັກຄີຕ້ານເສິກຕ່າງດ້າວ ແລະ ເຈດຈຳນົງພິລະອາດຫານຂອງຊາດ ກໍ່ຄືອາໄລຫາບັນດາຫົວໜ້າຂະບວນການ ໄຕເຊີນ, ພິເສດແມ່ນນັກວິລະຊົນຊາວນາ ກວາງຈູງ - ຫງວຽນເຫ້, ຜູ້ທີ່ມີຄຸນງາມຄວາມດີໃນການຕີເອົາຊະນະສັດຕູ ຊິງ .
ພາຍຫຼັງສຽງກອງດັງກ້ອງກັງວານ, ແມ່ນເລີ່ມຕົ້ນພິທີທາງການ, ດ້ວຍການຖະຫວາຍທູບທຽນຂອງບັນດາຄະນະ, ຂະແໜງການສູນກາງ, ນະຄອນ ແລະ ທ້ອງຖີ່ນຕ່າງໆ. ໃນງານບຸນໄດ້ວາດພາບເຖິງຮູບພາບນັກວິລະຊົນຊາວນາ ກວາງຈູງ - ຫງວຽນເຫ້, ກໍ່ຄືນຳ້ໃຈພິລະອາດຫານຂອງບະບວນການໄຕເຊີນ ຢ່າງມີຊີວິດຊີວາ. ປ້າ ເລກວາງນິງ, ສະມາຊິກໃນຄະນະຖະຫວາຍບູຊາ, ໃຫ້ຮູ້ວ່າ:
“ຄະນະພວກຂ້າພະເຈົ້າມາຖະຫວາຍທູບທຽນໃນທຸກປີ ເພື່ອສະແດງຄວາມຮູ້ບຸນຄູນຕໍ່ນັກວິລະຊົນກວາງຈູງ - ຫງວຽນເຫ້, ຜູ້ທີ່ໄດ້ຕີເອົາຊະນະສັດຕູຜູ້ຮຸກຮານ, ປົກປ່ອຍປະເທດ ແລະ ຍຶດເອົາສິດເສລີມາໃຫ້ ປະຊາຊົນ“,
ໃນວັນດຽວກັນ, ຢູ່ເມືອງໄຕເຊີນ, ເຊິ່ງແມ່ນບ້ານເກີດຂອງ ນັກວິລະຊົນກວາງຈູງ - ຫງວຽນເຫ້, ຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 225 ປີ ແຫ່ງວັນໄຊຊະນະ ງອກໂຮ່ຍ - ດົງດາ. ທີ່ພິທີສະເຫຼີມສະຫຼອງ, ທ່ານ ເລຫື້ວໂລກ, ປະທານ ຄະນະກຳມະການປະຊາຊົນແຂວງບິ່ງດິ້ງ, ຢືນຢັນວ່າ:
“ມື້ນີ້, ພວກເຮົາຈັດ ພິທີສະເຫຼີມສະຫຼອງ 225 ປີ ແຫ່ງວັນໄຊຊະນະ ງອກໂຮ່ຍ - ດົງດາ ຢູ່ໃນບ້ານເກີດເມືອງນອນ ຂອງຂະບວນການໄຕເຊີນຕາມກຽດ, ເພື່ອເຊີດຊູນຳ້ໃຈພິລະອາດຫານຂອງທະຫານ ໄຕເຊີນ ແລະ ນັກວິລະຊົນຊາວນາ ກວາງຈູງ - ຫງວຽນເຫ້. ໂດຍເສີມຂະຫຍາຍນຳ້ໃຈໄຊຊະນະ ງອກໂຮ່ຍ - ດົງດາ ອະມະຕະ, ແລະ ຄວາມພິລະອາດຫານ ເດັດດຽວຍາດເອົາໄຊຊະນະຂອງເຈົ້າຊີວິດ ກວາງຈູງ. ໃນສະພາບການໃຫມ່ຂອງປະເທດຊາດ, ຮຽກຮ້ອງໃຫ້ພວກເຮົາຈົ່ງໝູນໃຊ້ກາລະໂອກາດ, ຜ່ານຜ່າການທ້າທາຍ, ມານະພະຍາຍາມສູ້ຊົນກໍ່ສ້າງແຂວງໃຫ້ນັບມື້ນັບພັດທະນາ“.
ໃນໂອກາດນີ້, ຢູ່ຫໍພິພິດທະພັນກວາງຈູງ ກໍ່ດຳເນີນການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຄື: ຕີມວຍພື້ນເມືອງໄຕເຊີນ, ຕີຄ້ອງໄຕງວຽນ, ການລະຫຼິ້ນພື້ນເມືອງ… ອັນໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍເຂົ້າຮ່ວມ.