ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ຢູ່ ທາຍງວຽນ

(VOVWORLD) -ການພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພັດທະນາຢ່າງບໍ່ຢຸດຢັ້ງ; ການຮ່ວມມືດ້ານເສດຖະກິດ ຍາມໃດກໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນ 2 ຝ່າຍ.
ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ຢູ່ ທາຍງວຽນ - ảnh 1(ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Lee Byeong Kuk)

        ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 06 ທັນວາ ຢູ່ແຂວງ ທາຍງວຽນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ທາຍງວຽນ ຈິ້ງຫວຽດຮຸ່ງ ເນັ້ນໜັກວ່າ, ການພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພັດທະນາຢ່າງບໍ່ຢຸດຢັ້ງ; ການຮ່ວມມືດ້ານເສດຖະກິດ ຍາມໃດກໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນ 2 ຝ່າຍ. ໃນຊຸມປີຜ່ານມາ, ແຂວງ ທາຍງວຽນ ແມ່ນໜຶ່ງໃນບັນດາສະຖານທີ່ພົ້ນເດັ່ນດຶງດູດນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນ, ມີຫຼາຍບໍລິສັດລົງທຶນໃຫຍ່ມາຈາກ ສ.ເກົາຫຼີ, ຄື: ກຸ່ມບໍລິສັດ Samsung, ກຸ່ມບໍລິສັດ Dongwha, ບໍລິສັດ Hansol Electronics… ສິ່ງດັ່ງກ່າວໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນວິວັດການພັດທະນາຂອງແຂວງ. ທ່ານ ຈິ້ງຫວຽດຮຸ່ງ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດທາງແຂວງກໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີບັນດານັກລົງທຶນມາຈາກ ສ.ເກົາຫຼີ. ທາຍງວຽນ ພວມສູ້ຊົນໃຫ້ກາຍເປັນສະຖານທີ່ລົງທຶນທີ່ສຳຄັນແຖວໜ້າໃນຈຳນວນຂົງເຂດລົງທຶນຂອງ ສ.ເກົາຫຼີ ຢູ່ ຫວຽດນາມ.

        ເຂົ້າຮ່ວມພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Lee Byeong Kuk, ຜູ້ອຳນວຍການໃຫຍ່ບໍລິສັດ Samsung Electronics ຫວຽດນາມ - ທາຍງວຽນ (SEVT), ເພື່ອຮັບຮູ້ການປະກອບສ່ວນຂອງທ່ານທີ່ມີຕໍ່ການພັດທະນາຂອງແຂວງ ທາຍງວຽນ ເວົ້າສະເພາະ ແລະ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ