ພິທີສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງໜັງສືພິມເຍີນເຢີນ
(ພາບ: nhandan.com.vn)
(vovworld) - ຕອນບ່າຍວັນທີ 09/03 ຢູູ່ຮ່າໂນ້ຍ, ໜັງສືພິມ ເຍີນເຢີນ ຈັດຕັ້ງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນອອກສະບັບທຳອິດ (11/03/1951 – 11/03/2016) ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນ 1. ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ, ທ່ານ ດິງເທຮີງ ຜູ້ປະຈຳຄະນະເລຂາທິການສູນກາງພັກ. ໂດຍຜ່ານ 65 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ປະຈຸບັນໜັງສືພິມ ເຍີນເຢີນ ກາຍເປັນອົງການສື່ມວນຊົນຫລາຍປະເພດ. ກ່າວຄຳເຫັນທີ່ພິທີ, ທ່ານ ດີງເທຮີງ ສະເໜີບັນດານັກຂ່າວເຍີນເຢີນຄວນຮັບຮູ້ພາລະບົດບາດໜ້າທີ່ຂອງສື່ມວນຊົນຂອງພັກ, ໃຫ້ຂ່າວຢ່າງທັນການ, ຖືກຕ້ອງຕາມຄວາມຈິງກ່ຽວກັບສະພາບການຂອງປະເທດຊາດ ແລະ ສາກົນຢ່າງເລິກເຊິ່ງ. ທ່ານ ດີງເທຮີງ ໃຫ້ຮູ້້ວ່າ:
“ສຸມໃສ່ສ້າງຖັນແຖວບັນດານັກຂ່າວໜັງສືພິມເຍີນເຢີນໃຫ້ມີຄຸນນະທາດການເມືອງໝັ້ນຄົງເຂັ້ມແຂງ, ມີຄຸນສົມບັດຈັນຍາບັນປະກອບອາຊີບຢ່າງໂປ່ງໃສ ແລະ ເກັ່ງກ້າດ້ານວີຊາການເຮັດໜັງສືພິມ, ກຳແໜ້ນ ແລະ ນຳໃຊ້ເຕັກໂນໂລຢີເຮັດໜັງສືພິມທັນສະໄໝຢ່າງຊຳນານງານ. ພະນັກງານນັກຂ່າວໜັງສືພິມ ເຍີນເຢີນ ແຕ່ລະຄົນ ຕ້ອງແມ່ນນັກຮົບບົນແນວຮົບແນວຄິດວັດທະນະທຳຂອງພັກຢ່າງແທ້ຈິງ. ພ້ອມທັງ ເອົາໃຈໃສ່, ສ້າງອົງຄະນະພັກຂອງອົງການສື່ມວນຊົນພັກໃຫ້ໂປ່ງໃສ, ໝັ້ນຄົງເຂັ້ມແຂງ, ສ້າງໜັງສືພິມ ເຍີນເຢີນ ກາຍເປັນສູນວັດທະນະທຳທີ່ໄວ້ເນື້ອເຊື່ອໃຈຂອງຜູ້ອ່ານຈຳນວນຫລວງຫລາຍ”