(vovworld) – ຕອນເຊົ້າວັນທີ 12/7, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອກຳລັງປ້ອງກັນຄວາມສະຫງົບປະຊາຊົນ (12/7/1946 – 12/7/2016). ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ: ປະເທດພວມກ້າວເຂົ້າສູ່ໄລຍະປະຕິວັດໃໝ່ດ້ວຍຫຼາຍກາລະໂອກາດ, ຄວາມສະດວກພື້ນຖານຫຼາຍຢ່າງ ແຕ່ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ແມ່ນໜ້ອຍ. ຍິ່ງກ່ວາເວລາໃດໝົດ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນຕ້ອງເດັດດຽວສະແດງຄຸນນະທາດການເມືອງຢ່າງໜັກແໜ້ນ, ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບສະພາບການ, ໜ້າທີ່ປົກປັກຮັກສາຄວາມສະຫງົບແຫ່ງຊາດໃນໄລຍະໃໝ່, ເສີມຂະຫຍາຍບົດບາດແກ່ນສານ, ປະຈັນບານ, ເປັນເຈົ້າການຕໍ່ສູ້ເຮັດໃຫ້ທຸກໆກົນອຸບາຍ, ການເຄື່ອນໄຫວມ້າງທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການປະລາໄຊ, ປະກອບສ່ວນປະຕິບັດພາລະກິດປ່ຽນໃໝ່, ຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງມີໄຊ:
“ກຳລັງປ້ອງກັນຄວາມສະຫງົບປະຊາຊົນສືບຕໍ່ປ່ຽນໃໝ່ຈິນຕະນາການກ່ຽວກັບການກຳນົດເປົ້າໝາຍ, ຄູ່ຮ່ວມມື, ປ່ຽນໃໝ່ບັນດາມາດຕະການວຽກງານ, ພິເສດແມ່ນມາດຕະການວິຊາຊີບ, ກົດໝາຍ, ວິທະຍາສາດ - ເຕັກນິກ, ຂົນຂວາຍມະຫາຊົນ, ເສດຖະກິດ ແລະ ການທູດ. ເປັນເຈົ້າການ, ສະດຸງໄວໃນການກຳແໜ້ນ, ໄຈ້ແຍກ, ຄາດຄະເນສະພາບການ, ປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ພັກ, ລັດ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນເປັນຢ່າງດີ. ກຳແໜ້ນສະພາບການຈາກທາງໄກ, ຈັດຕັ້ງວຽກງານຄົ້ນຄ້ວາ, ຄາດຄະເນ, ພົບເຫັນບັນດາຄວາມສາມາດ, ສະຖານະການທີ່ສາມາດຈະເກີດຂຶ້ນເພື່ອມີວິທີການເປັນເຈົ້າການໃນການປ້ອງກັນ ແລະ ສະກັດກັ້ນ, ບໍ່ປະໃຫ້ຕົກໃນທ່າຮັບ.”
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ກົມໃຫຍ່ປ້ອງກັນຄວາມສະຫງົບ, ຂຶ້ນກັບກະຊວງຕຳຫຼວດ.